ເຈົ້າໜ້າທີ່ຢູເຄູນປະກາດກ້າວວ່າກອງທັບຂອງພວກເຂົາຈະຍືດຄືນແຄ້ວນເຄີຊອນ ທາງພາກໃຕ້ຂອງປະເທດ ພາຍໃນເດືອນກັນຍາ ຫຼັງດິນແດນແຫ່ງນີ້ຕົກຢູ່ໃນກຳມືທະຫານຣັດເຊຍໃນຊ່ວງຕັ້ນ ຂອງການຮຸກຮານໃນເດືອນກຸມ
ຫຼັງພົບເຫັນຄວາມກ້າວໜ້າໃນການປະຕິບັດການຕີໂຕ້ກັບ ສອດຄ້ອງກັບຄຳກ່າວຂອງປະທານາທິບໍດີໂວໂລດິມີ ເຊເລນສະກີ ທີ່ບອກວ່າຢູເຄຼນຈະເດີນໜ້າກໍ່ຄວາມເສຍຫາຍແກ່ຝ່າຍສັດຕູໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.
“ ເຮົາສາມາດເວົ້າໄດ້ວ່າແຄ້ວນເຄີຊອນຈະໄດ້ຮັບການປົດປ່ອຍພາຍໃນເດືອນກັນຍາຢ່າງແນ່ນອນ ແລະແຜນທັງໝົດຂອງຜູ້ຮຸກຮານຈະລົ້ມເຫຼວ” ເຊີກີ ຄານ ຜູ້ຊ່ວຍຜູ້ບໍລິຫານເຄີຊອນກ່າວ
ກອງທັບຢູເຄຼນເຊິ່ງມີຂັວນແລະກຳລັງໃຈເຕັມທີ່ ຈາກປືນໃຫຍ່ໄລຍະໄກທີ່ໄດ້ຮັບມອບຈາກຕາເວັນຕົກຄ່ອຍໆ ທວງຄືນດິນແດນໃນແຄ້ວນເຄີຊອນ ທາງພາກໃຕ້ຂອງປະເທດຢ່າງຊ້າໆ ໃນຊ່ວງບໍ່ຮອດອາທິດທີ່ຜ່ານມາ.
“ເຮົາສາມາດເວົ້າໄດ້ວ່າຈຸດປ່ຽນເກີດຂືນແລ້ວໃນສະໜາມຮົບ ເຮົາເຫັນກອງກຳລັງຢູເຄຼນ ໄດ້ຮັບໄຊຊະນະ ໃນປະຕິບັດການທາງທະຫານໄວທນີ້ເກືອບທັງໝົດ” ຄານກ່າວ ເຮົາເຫັນກອງກຳລັງຂອງເຮົາກຳລັງມີຄວາມກ້າວໜ້າຢ່າງຊັດເຈນ ເຮົາສາມາດເວົ້າໄດ້ວ່າເຮົາກຳລັງປ່ຽນຈາກການປ້ອງກັນຕົນເອງເປັນປະຕິບັດການໂຈມຕີຕອບໂຕ້ກັບ”