“ ໃຜຫຼິ້ນກັບໄຟ ຈະຖຶກເຜົາໄໝ້” ໄບເດັນ-ສີຈິ້ນຜີງ ກ່າວປະເດັນຮ້ອນກ່ຽວກັບໄຕ້ຫວັນ
ການຫາລືທາງໂທທະສັບລະຫວ່າງປະທານາທິບໍດີໂຈ ໄບເດັນ ຂອງສະຫະລັດ ແລະປະທານາທິບໍດີ ສີ ຈິ້ນຜິງ ຜູ້ນຳຈີນ ໃນປະເດັນກ່ຽວກັບໄຕ້ຫວັນເປັນໄປຢ່າງດຸເດືອດ ໂດຍທ່ານ ສີ ຈິ້ນຜິງໄດ້ກ່າວເຕືອນວ່າ “ ໃຜຫຼິ້ນກັບໄຟ ຈະຖຶກເຜົາໄໝ້”
ຄວາມເຄື່ອນໄຫວຄັ້ງນີ້ເກີດຂື້ນຫຼັງຈາກມີຂ່າວລືວ່າ ນາງແນນຊີ ເປໂລຊີ ປະທານສະພາຜູ້ແທນລາດຂອງສະຫະລັດ ມີແຜນທີ່ຈະເດີນທາງຢ້ຽມໄຕ້ຫວັນ ເຊິ່ງຫາກເກີດຂື້ນຈິງ ຈະເປັນນັກການເມືອງທີ່ມີຕຳແໜ່ງສູງສຸດຂອງສະຫະລັດ ທີ່ເດີນທາງຢ້ຽມໄຕ້ຫວັນ ນັບຕັ້ງແຕ່ປີ 1997 ດ້ານກະຊວງຕ່າງປະເທດສະຫະລັດ ເປີດເຜີຍວ່າ ນາງເປໂລຊີ ຍັງຄົງບໍ່ມີແຜນການເດີນທາງໃດໆແຕ່ຈີນກ່າວເຕືອນວ່າສະຫະລັດ ຈະຕ້ອງໄດ້ຮັບການຕອບໂຕ້ຢ່າງຮຸນແຮງຫາກການເດີນທາງດັ່ງກ່າວເກີດຂື້ນຈິງ
ໃນລະຫວ່າງການໂອ້ລົມທາງໂລລະສັບ ທ່ານໄບເດັນແລະທ່ານສີ ຈິ້ນຜິງຍັງໄດ້ຫາລືເຖິງການຈັດການພົບປະຢ່າງເປັນທາງການ ເນື່ອງຈາກທັງສອງຍັງບໍ່ເຄີຍມີການພົບປະຢ່າງເປັນທາງການ ນັບຕັ້ງແຕ່ທ່ານໄບເດັນຮັບຕຳແໜ່ງປະທານາທິບໍດີສະຫະລັດ