EU ໄປຕໍ່ບໍ່ໄຫວ! ຜ່ອນຜັນການຂວ້ຳບາດຣັດເຊຍປົດລັອກສົ່ງອອກນ້ຳມັນໄປປະເທດທີ3
ຣອດເນດແລະແກ໊ຊພອມ ລັດວິສາຫະກິດທາງພະລັງງານຂອງຣັດເຊຍສາມາດສົ່ງອອກນ້ຳມັນໄປຍັງປະເທດທີ3ໄດ້ແລ້ວ ຫຼັງຈາກລັດສະມາຊິກສະຫະພາບຢູໂຣບປັບແກ້ມາດຕາການຂວ້ຳບາດແລະເຫັນພ້ອມກັນໃນອາທິດທີ່ຜ່ານມາ ເຊິ່ງມີເປົ້າໝາຍຈຳກັດຄວາມສ່ຽງຕ່າງໆ ທີ່ມີຕໍ່ຄວາມໝັ່ນຄົງທາງພະລັງງານໂລກ.
ຜ່ານມາບໍລິສັດຄ້າພະລັງງານລາຍໃຫຍ່ເຊັ່ນ: ໄວທອນ ເກນຄໍ ແລະ ທຣາຟິກູຣະເຊັ່ນດຽວກັບບໍລິສັດພະລັງງານຍັກໃຫຍ່ຢ່າງເຊແລະໂທທາ ຢຸດຂາຍຄ້ານ້ຳມັນຣັດເຊຍ
ສຳລັບຝ່າຍທີ3 ໂດຍອ້າງເຖິງມາດຕະການຂວ້ຳບາດຂອງອີຢູ ໃນນັ້ນລວມເຖິງຂໍ້ຈຳກັດດ້ານປະກັນໄພ
ແນວໃດກໍຕາມລ່າສຸດບໍລິສັດຕ່າງໆ ຂອງອີຢູໄດ້ຮັບອານຸຍາດໃຫ້ຊື້ນ້ຳມັນດິບຂົນສົ່ງທາງທະເລຂອງຣັດເຊຍແລະສົ່ງອອກໄປຍັງປະເທດທີ3ແລ້ວ ພາຍໃຕ້ການປັບແກ້ມາດຕາການຂວ້ຳບາດທີ່ກຳໜົດຫຼິ້ນງານຣັດເຊຍ ທີ່ມີຜົນບັງຄັບໃຊ້ ເຊິ່ງລະບຸວ່າຈະບໍ່ຫ້າມການຊໍາລະເງີນທີ່ກ່ຽວກັບການຂົນສົ່ງສິນຄ້າລັກສະນະດັ່ງກ່າວ.