ອ່ານດ່ວນ! 8 ນິໄສທີ່ເຮັດໃຫ້ເຮົາພົບກັບ “ ຄວາມລົ້ມເຫຼວ ”

ຖ້າເຮົາກຍມຕົວເສັງເຂົ້າມະຫາວິທະຍາໄລຢ່າງຈິງຈັງແຕ່ຜົນສຸດທ້າຍ ເຮົາເສັງບໍ່ຕິດຄະນະທີ່ຕົນເອງຢາກຮຽນ ນັ້ນສະແດງເຖິງຄວາມລົ້ມເຫຼວບໍ່? ສິ່ງທີ່ຢາກບອກກໍຄື “ ຄວາມລົ້ມເຫຼວບໍ່ມີຢູ່ຈິງ” ມັນບໍ່ໄດ້ຖືວ່າເປັນຄວາມລົ້ມເຫຼວ ຖ້າເຮົາໄດ້ຮຽນຮູ້ສິ່ງທີ່ມີຄຸນຄ່າຈາກມັນ.


ກ່ອນອື່ນເຮົາຈື່ງຄວນສຶກສາວ່າມີອັນໃດແດ່ທີ່່ເຮົາເຂົ້າໃຈຜິດ ລວມເຖິງນິໄສຕ່າງໆ ທີ່ຈະເຮັດໃຫ້ຄົນເຮົາພົບກັບຄວາມລົ້ມເຫຼວ.
1.ເບິ່ງແຕ່ສິ່ງທີ່ບໍ່ດີ ແທນທີ່ຈະຮຽນຮູ້ຈາກມັນ: ເຮົາຈະຮຽນຮູ້ໄດ້ແນວໃດຖ້າຄິດແຕ່ໂທດຕົນເອງ? ຄົຮທີ່ຜິດພາດແລ້ວຮຽນຮູ້ຈາກຂໍ້ຜິດພາດ ກັບຄົນທີ່ຜິດພາດແລ້ວຄິດໂທດແຕ່ຕົນເອງ ຄົນັທງສອງແບບນີຖ້າເບິ່ງແລ້ວກໍເປັນຄົນທີ່ລົ້ມເຫຼວຄືກັນ ແຕ່ສິ່ງທີ່ແຕກຕ່າງກັນກໍຄື ການເຂົ້າໃຈເຖິງຄວາມຜິດພາດທີ່ເກີດຂື້ນ ເພາະດັ່ງນັ້ນແລ້ວເມື່ອເຮົາລົ້ມ ກໍຈົ່ງຫາສາເຫດແລ້ວປັບປຸງແກ້ໄຂມັນໃຫ້ດີຂື້ນ


2.ວາດຝັນຫຼາຍເກີນໄປ: ເຮົາຈຳເປັນຕ້ອງຕັ້ງຄວາມຫວັງໃນການເຮັດຫຍັງຈັກຢ່າງ ແຕ່ບາງທີກໍຕ້ອງວາງຢູ່ເທິງຮາກຖານຂອງຄວາມເປັນຈິງດ້ວຍ ຢ່າຄາດຫວັງໃນສິ່ງທີ່ເກີນຈິງເພາະຈະເຮັດໃຫ້ເຮົາລົ້ມເຫຼວ.
3.ບໍ່ຂໍຄວາມຊ່ວຍເຫຼືອຈາກຄົນອື່ນ: ການບໍ່ຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນອາດເປັນສິ່ງດີ ເພາະມັນຈະເຮັດໃຫ້ເຮົາປະສົບຄວາມສຳເລັດດ້ວຍຕົນເອງ ແຕ່ຄົນສ່ວນຫຼາຍລົ້ມເຫຼວເພາະຄິດແບບນີ້ຮູ້ໂຕດີວ່າມີບັນຫາແຕ່ບໍ່ຂໍຮ້ອງໃຫ້ໃຜຊ່ວຍ


4.ເວົ້າຫຼາຍກວ່າລົງມືເຮັດ: ການມີຄວາມຄິດດີໆບໍ່ໄດ້ໝາຍຄວາມວ່າມັນເຮັດໃຫ້ເຮົາປະສົບຜົນສຳເລັດຖ້າເຮົາຍັງບໍ່ລົງມືເຮັດຄວາມລົ້ມເຫຼວມັກເກີດຂືນຕອນເຮົາບໍ່ຮູ້ຕົວວ່າສິ່ງທີ່ເຮົາເຮັດນັ້ນເປັນສິ່ງທີ່ຜິດພາດ.
5.ຢ້ານທີ່ຈະແບ່ງປັນວິທີ່ຄິດໃຫ້ຜູ້ອື່ນ: ບໍ່ມີໃຜຈະເອົາວິທີຄິດຂອງເຮົາໄປໄດ້ຖ້າເຮົາມີວິທີ່ຄິດດີທກໍຢ່າເກັບໄວ້ຄົນດຽວລອງນຳອອກມາເວົ້າກັບຄົນອື່ນເພື່ອຫາສ່ວນຮ່ວມ


6.ຫົວດື້ເກີນໄປ: ໂດຍສະເພາະເມື່ອເຮົາເປັນຜູ້ນຳເຮົາຕ້ອງເປີດຮັບວິທີ່ຄິດໃມ່ຈາກເພື່ອຮ່ວມງານທີ່ສຳຄັນຄືຕ້ອງຮັບຮູ້ອາລົມຂອງເພື່ອນຮ່ວມງານດ້ວຍຢ່າເຮັດໂຕແຂງກະດ້າງເກີນໄປ.
7.ຢູ່ກັບຄົນທີ່ລົ້ມເຫຼວຕະຫຼອດ: ເຮົາຈະປະສົບຜົນສຳເລັດໄດ້ແນວໃດ? ຖ້າຄົນຮອບຕົວເຮົາມີແຕ່ຄົນທີ່ເຮັດຫຍັບງບໍ່ເປັນໂຕເປັນຕົນຈັກຢ່າງ


8.ແລ່ນນຳສິ່ງທີ່ກຳລັງໄດ້ຮັບຄວາມນິຍົມ ແທນທີ່ຈະຍືດຖືໃນແນວທາງຂອງຕົນເອງ: ຖ້າເຮົາຄິດແຕ່ຕາມຄົນອື່ນ ມັນກໍສ່ຽງທີ່ເຮົາຈະລົ້ມເຫຼວໄດ້ຖ້າເຮົາບໍ່ເກັ່ງໃນດ້ານນັ້ນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page