ທ່ານ ຄິມ ຈອງອືນ ຜູ້ນຳສູງສຸດເກົາຫຼີເໜືອກ່າວໃນໂອກາດຄົບຮອບ 69ປີສົງຄາມເກົາຫຼີວ່າ
ເກົາຫຼີເໜືອພ້ອມທີ່ຈະປະເຊີນໜ້າທາງທະຫານກັບປະເທດສະຫະລັດອາເມລິກາ ນັບເປັນຄວາມເຄື່ອນໄຫວທີ່ເກີດຂືນທ່າມກາງຄວາມກັງວົນວ່າເກົາຫຼີເໜືອອາດຈະກຳລັງກຽມການທົດສອບອາວຸດນິວເຄຼຍຄັ້ງທີ 7ຫຼັງຈາກສະຫະລັດເຕືອນໃນເດືອນທີ່ຜ່ານມາວ່າ ເກົາຫຼີເໜືອອາດທົດສອບອາວຸດນິວເຄຼຍໄດ້ທຸກເທື່ອ
ທ່າມຄິມກ່າວຖະແຫຼງຕໍ່ທະຫານຜ່ານເສິກລະບຸວ່າ ໄພຄຸກຄາມທົດສອບອາວຸດນິວເຄຼຍຈາກສະຫະລັດອາເມລິກາເຮັດໃຫ້ເກົາຫຼີເໜືອຕ້ອງບັນລຸພາລະກິດຄັ້ງປະຫວັດສາດໃນການເສີມການປ້ອງກັນຕົນເອງຢ່າງເລັ່ງດ່ວນ ແລະວ່າສະຫະລັດບິດເບືອນການຊ້ອມຮົບທາງທະຫານຕາມປົກກະຕິຂອງເກົາຫຼີເໜືອ
ໂດຍກ່າວວ່າເປັນການຍຕົວະຍົວະ ລວມເຖິງໄດ້ກ່າວເຖິງການລາຍງານທີ່ລະບຸວ່າ ເກົາຫຼີໃຕ້ກຳລັງຮື້ຟື້ນແຜນທີ່ຈະຕອບໂຕ້ໄພຄຸກຄາມທາງນຍິວເຄຼຍຈາກເກົາຫຼີເໜືອໂດຍການຕິດຕັ້ງການໂຈມຕີພາຍໃຕ້ມາດຕາການລະວັງໄວ້ກ່ອນຫາກຖຶກໂຈມຕີ
ທ່ານຄິມຍັງລະບຸອີກວ່າ ລັດຖະບານແລະທະຫານເກົາຫຼີໃຕ້ໃນຍຸກປະທານາທິບໍດີຢຸນ ຊອກຢໍ ລົ້ມໃຫ້ສິ້ນຊາກຫາກທ່ານຊອກຢໍ ໃຊ້ມາດຕາການໂຈມຕີກ່ອນ “ອາວຸດສົງຄາມນິວເຄຼຍປາບປາມຂອງປະເທດເຮົາພ້ອມແລ້ວທີ່ຈະລະດົມພະລັງອຳນາດທີ່ຊັດເຈນ,ເຊື່ອຖືໄດ້ ແລະທັນເວລາ ເຊິ່ງສອດຄ່ອງກັບພາລະກິດໜ້າທີ່ຂອງອາວຸດສົງຄາມນິວເຄຼຍປາບປາມ”