ຈີນ ສົ່ງສັນຍານອາດພາດເປົ້າໝາຍການເຕີບໂຕທາງເສດຖະກິດ
ຈີນສົ່ງສັນຍານແລ້ວວ່າ ອາດຈະພາດເປົ້າໝາຍການເຕິບໂຕທາງເສດຖະກິດປະຈຳປີ ຫຼັງຈາກຂໍ້ຈຳກັດເພື່ອຄວບຄຸມການລະບາດຂອງໂຄວິດ-19 ສົ່ງຜົນກະທົບຕໍ່ຈີນເຊິ່ງມີຂະໜາດເສດຖະກິດໃຫຍ່ທີ່ສຸດເປັນອັນດັບສອງຂອງໂລກ
ຄະນະກຳມະການກົມການເມືອງ ເຊິ່ງເປັນກຸ່ມບຸກຄົນທີ່ມີອຳນາດການຕັດສິນໃຈສູງສຸດຂອງຈີນລະບຸວ່າ ຄະນະກຳມະການປະຈຳກົມການເມືອງຕັ້ງເປົ້າໝາຍທີ່ຈະຮັກສາການເຕີບໂຕໃຫ້ຢູ່ “ ພາຍໃນຊ່ວງທີ່ສົມເຫດສົມຜົນ”
ຄະນະກຳມະການກົມການເມືອງບໍ່ດ້ເວົ້າເຖິງເປົ້າມາຍການເຕີບໂຕທາງເສດຖະກິດຢ່າງເປັນທາງານທີ່ລະດັບ 5.5% ທີ່ຕັ້ງໄວ້ກ່ອນໜ້ານີ້
ຈີນຍັງຄົງໃຊ້ນະໂຍບາຍປ້ອງກັນໂຄວິດຢ່າງຕໍ່ເນື່ອງເຊິ່ງເຮັດໃຫ້ເມືອງໃຫຍ່ຫຼາຍແຫ່ງຕ້ງປະເຊີນກັບການລັອກດາວເຕັມຮູບແບບຫຼືບາງສ່ວນ
ຖະແຫຼງການທີ່ອອກມາຫຼັງຈາກການປະຊຸມເສດຖະກິດໄຕມາດ ຄະນະກຳມະການປະຈຳກົມການເມືອງເຊິ່ງມີສະມາຊິກ 25ຄົນ ແລະມີປະທານາທິບໍດີ ສີ ຈິ້ນຜິງ ເປັນປະທານ ລະບຸວ່າ ບັນດາຜູ້ນຳຈະ “ ພະຍາຍາມຢ່າງໜັກໃນການບັນລຸຜົນທີ່ດີທີ່ສຸດທີ່ເປັນໄປໄດ້”
ແນວໃດກໍຕາມ ທາງຄະນະກຳມະການຍັງບໍ່ໄດ້ຮຽກຮ້ອງໃຫ້ມົນທົນທີ່ແຂ່ງແກ່ງຂືນເຮັດຜົນງານໃຫ້ໄດ້ຕາມເປົ້າໝາຍການເຕີບໂຕທີ່ຕັ້ງໄວ້.