ໃນຂະນະທີ່ຫຼາຍຄົນໃຝ່ຝັນວ່າຈະມີໃບໜ້າທີ່ເດັກກ່ອນອາຍຸ ແຕ່ຖ້າໜ້າເດັກເກີນໄປກໍອາດມີບັນຫາຄືກັບບ່າວຈີນຄົນນີ້
ເໝົາ ເສີງ ຊາຍໜຸ່ມຈີນ ອາຍຸ 27ປີ ຈາກເມືອງຕົງກວນ ປະເທດຈີນ
ຕ້ອງປະສົບກັບບັນຫາໃນການຫາວຽກເຮັດງານທຳ ເພາະເຂົາຄືກັບເດັກນ້ອຍປະຖົມ ຫຼາຍກວ່າທີ່ຈະຄືຜູ້ຊາຍໃນອາຍຸ27ປີ ການມີໃບໜ້າທີ່ເດັກເກີນໄປບໍ່ໄດ້ເປັນຜົນດີສຳລັບບ່າວຈີນ ໃນຂະນະທີ່ເຂົາອ້າງຕົນເອງວ່າອາຍຸ 27ປີ ແຕ່ທຸກຄົນກັບເບິ່ງເຂົາວ່າເປັນເດັກນ້ອຍທີ່ອາຍຸ 10ປາຍປີເທົ່ານັ້ນ ເຊິ່ງບໍ່ແມ່ນພຽງແຕ່ໜ້າຕາ ແຕ່ນ້ຳສຽງກໍຄືກັບເດັກນ້ອຍເຊັ່ນກັນ

ຄືກັບຄຳສາບທີ່ເຮັດໃຫ້ລາວຕ້ອງທົນທຸກຈາກການທີ່ບໍ່ສາມາດຫາວຽກເຮັດງານທຳໄດ້ ເນື່ອງຈາກນາຍຈ້າງສ່ວນໃຫຍ່ບໍ່ເຊື່ອວ່າເຂົາມີອາຍຸທີ່ບັນລຸອາຍຸການເຕີບໂຕແລ້ວ ເຊິ່ງສົ່ງບັນຫາຢ່າງໜັກກັບລາວເພາະບໍ່ມີນາຍຈ້າງຄົນໃດທີ່ຢາກສ່ຽງກັບຂໍ້ຫາໃຊ້ແຮງງານເດັກນັ້ນເອງ.
ລ່າສຸດບ່າວຈີນຄົນນີ້ໄດ້ກາຍເປັນກະແສໃນຈີນຢ່າງວ່ອງໄວ ຫຼັງຈາກທີ່ວີດີໂອໜື່ງທີ່ຖຶກໂພສ ໄດ້ເຜີຍໃຫ້ເຫັນວ່າ ທ່ານ ເໝົາ ກ່າວເຖິງອາຍຸແທ້ຈິງຂອງຕົນເອງ ພ້ອມກັບຈົ່ມວ່າເຂົາບໍ່ສາມາດຫາວຍກເຮັດງານທຳເພື່ອຫາລ້ຽງພໍຂອງລາວທີ່ກຳລັງພັກຟື້ນຈາກໂລກຫຼອດເລືອດສະໝອງ ເຂົາເຄີຍເຮັດວຽກຢູ່ໂຮງງານທ້ອງຖິ່ນຫຼາຍແຫ່ງກັບໝູ່ເພືອນຂອງລາວ ແຕ່ໝູ່ເພື່ອນຂອງລາວກໍຫາວຽກເຮັດໄດ້ໝົດ ຍົກເວັ້ນລາວຄົນດຽວເທົ່ານັ້ນ.
ເລື່ອງລາວຂອງທ່ານ ເໝົາ ໄດ້ສ້າງຄວາມສະເທືອນໃຈໃຫ້ກັບຊາວຈີນຫຼາຍລ້ານຄົນ ຫຼາຍຄົນກ່າວຫານາຍຈ້າງບໍ່ຍອມໃຫ້ໂອກາດເຂົາພຽງເພາະໜ້າຕາອ່ອນກວ່າປົກກະຕິ ແຕ່ໂຊກດີຫຼັງຈາກເລື່ອງລາວກາຍເປັນກະແສ ກໍມີນາຍຈ້າງຈຳນວນຫຼາຍທີ່ຢື່ນໂອກາດໃນການເຮັດວຽກໃຫ້ລາວ.