ຖ້າຢາກຜົມຍາວ 5 ອາຫານທີ່ຄວນເລືອກກິນແລະດີຕໍ່ຮ່າງກາຍດ້ວຍ
ໂດຍປົກກະຕິແລ້ວຜົມຈະຍາວຂື້ນເດືອນລະປະມານ 1.25ຊັງຕີແມດ ດັ່ງນັ້ນຜູ້ທີ່ຢາກມີຜົມຍາວມັກຈະບໍາລຸງຮັກສາເສັ້ນຜົມດ້ວຍຜະລິດຕະພັນເລັ່ງຜົມຍາວຫຼືອາຫານເສີມເລັ່ງຜົມຍາວ ແຕ່ຄວາມເປັນຈິງແລ້ວ ອາຫານທີ່ຮັບປະທານເຂົ້າໄປກໍມີສ່ວນຊ່ວຍໃນການບໍາລຸງຜົມ ຊ່ວຍໃຫ້ຜົມຈະເລີນເຕີບໂຕ ດັ່ງນັ້ນອາຫານເລັ່ງຜົມຍາວຕາມທໍາມະຊາດຈຶ່ງເປັນອີກສິ່ງໜື່ງທີ່ຈໍາເປັນ.
1.ໄຂ່: ເປັນແລ່ງໂປຼຕິນແລະໄບໂອຕິນ ມີສານອາຫານສໍາຄັນ 2ຊະນິດຊ່ວຍໃນການຈະເລີນເຕີບໂຕຂອງເສັ້ນຜົມແລະຫຼຸດຜົມຫຼົ່ນ ໂປຼຼຕິນຖຶເປັນໂຄງສ້າງຫຼັກຂອງເສັ້ນຜົມແລະຮາກຜົມສ່ວນໄບໂອຕິນກໍຊ່ວຍເພີ່ມຈໍານວນເຊວເສັ້ນຜົມ ແລະ ຈໍາເປັນໃນການຜະລິດໂປຼຕິນເສັ້ນຜົມທີ່ເອີ້ນວ່າ ເຄຣາຕິນ ໄຂ່ບໍ່ໄດ້ພຽງແຕ່ເປັນແຫຼ່ງໂປຼຕິນແລະໄບໂອຕິນ ແຕ່ຍັງອຸດົມໄປດ້ວຍສັງກະສີຊີລີນຽມແລະສານອາຫານທີ່ດີຕໍ່ສຸຂະພາບຜົມ.
2. ຜັກໃບຂຽວ: ເຊິ່ງອຸດົມໄປດ້ວຍທາດເຫຼັກທີ່ຊ່ວຍໃຫ້ເລືອກລໍາລຽງສານອາຫານແລະອອກຊີເຈນໄປສູ່ຮາກຜົມແລະຮູຂຸມຂົນໄດ້ດີຂື້ນ ອາຫານເຮັດໃຫ້ຜົມຍາວໄວແລະບໍ່ຂາດງ່າຍ ເຊິ່ງຜົກໃບຂຽວມີວິຕາມິນຊີແລະວິຕາມິນເອ ເຊິ່ງຊ່ວຍໃນການຜະລິດນ້າມັນທີ່ຊ່ວຍໃຫ້ໜັງຫົວບໍ່ແຫ້ງລອກ.
3.ປາອຸດົມໄປດ້ວຍໂອເມກ້າ3: ເຊິ່ງປາຈະຊ່ວຍໃຫ້ຫຼຸດການຫຼົ່ນຂອງເສັ້ນຜົມ ແລະ ຊ່ວຍໃຫ້ຜົມໜາຂື້ນໄດ້ ເຊິ່ງມີສານອາຫານທີ່ດີຕໍ່ເສັ້ນຜົມເຊັ່ນ: ໂປຼຕິນ,ຊີລີນຽມ,ວິຕາມິນດີ,ວິຕາມິນຊີອີກດ້ວຍ.
4. ອາໂວຄາໂດ: ອຸດົມໄປດ້ວຍວິຕາມິນຊີ ທີ່ເຮັດໜ້າທີ່ເປັນຕ້ານອະນຸມູນອິດສະຫຼະ ຊ່ວຍປົກປ້ອງຜິດໜັງຈາກການຖຶກທໍາລາຍ ເຮັດໃຫ້ເລືອດໄຫຼວຽນໄດ້ດີ ແລະ ອາດຊ່ວຍໃຫ້ຮາກຜົມແຂງແຮງຂື້ນແລະຊ່ວຍຮັກສາລະດັບນໍ້າມັນຄ່າຄວາມເປັນກົດດ່າງຂອງຜິວໃຫ້ປົກກະຕິເສັ້ນຜົມປົ່ງໄວຂື້ນ.
5.ຖົ່ວແລະເມັດທັນຍາພືດ: ຖົ່ວເຊິ່ງອຸດົມໄປດ້ວຍສານອາຫານເລັ່ງຜົມຍາວແລະລຸດການຂາດຂອງເສັ້ນຜົມ ສ່ວນເມັດທັນຍາພືດ ເປັນແລ່ງຂອງວິຕາມິນອີ, ວິຕາມິນບີ ຖືເປັນອີກໜື່ງສານອາຫານທີ່ສາຄັນໃນການຈະເລີນເຕີບໂຕຂອງເສັ້ນຜົມ.