ຈີນ ປະສົບຄວາມສຳເລັດປ່ອຍໂມດູນ ເຫວີນທຽນ ທຽບທ່າສະຖານີອາວະກາດທຽນກົງ
ສຳນັກງານອາວະກາດຈີນ ລາຍງານວ່າ ຄວາມສຳເລັດໃນການທຽບທ່າໂມດູນ “ເຫວີນທຽນ” ໂມດູນຫ້ອງປະຕິບັດການຮອງກັບສະຖານີອາວະກາດທຽນກົງ ຫຼັງປ່ອຍໂມດູນເຫວີນທຽນດ້ວຍຈະຫຼວດລອງມາຊ 5ບີ ຈາກທ່າອາກາດເຫວີນສາງ ໃນເກາະໄຫ່ຫວານ ທາງໃຕ້ຂອງປະເທດ
ທຽບທ່າໂມດູນເຫວີນທຽນກັບສະຖານີອາວະກາດທຽນກົງເປັນຂັ້ນຕອນສຸດທ້າຍໃນການກໍ່ສ້າງໂຄງການສະຖານີອາວະກາດທຽນກົງແບບ 3ໂມດູນຂອງຈີນ ເຊິ່ງມີກຳນົດຈະແລ້ວສຳເລັດໃນທ້າຍປີ 2565
ການກໍ່ສ້າງສະຖານີອາກາດທຽນກົງເລີ່ມຂື້ນໃນເດືອນເມສາ 2564 ໂດຍການສົ່ງໂມດູນ “ທຽນເຫີ” ເຊິ່ງເປັນໂມດູນຫຼັກຂອງສະຖານີອາວະກາດທຽນກົງໃນເດືອນຕຸລາປີດຽວກັນນັ້ນແລະຄາດສ່າຈີນຈະສົ່ງໂມດູນຫ້ອງປະຕິບັດການຮອງ “ເໝີງທຽນ” ເພື່ອປະກອບກັບໂມດູນອີກ 2ຕົວ ເປັນຮູບຕົວ (T)
ໂດຍໂມດູນທຽນເຫີຢູ່ໃນກາງເດືອນຕຸລາປີນີ້ທັ້ງນີ້ ເຫວີນທຽນເປັນຍານອາກາດຂະໜາດໃຫຍ່ທີ່ສຸດຂອງຈີນດ້ວຍນ້ຳໜັກ 23ເມຕິກຕັນ ມີການຕິດຕັ້ງຫ້ອງທາງວິທະຍາສາດ 4ຫ້ອງ ເພື່ອດຳເນີນການທົດລອງທາງນິຕິວິທະຍາແລະເທັກໂນໂລຢີຊີວະພາບ ພາຍໃຕ້ສະພາຍແຮງໂນ້ມຖ່ວງແຕກຕ່າງກັນ ແລະຍັງມີແຂນຫຸ່ນຍົນສຳລັບການທົດລອງພາຍນອກແລະປະຕູກົດດັນອາກາດ(ແອລ໊ອກ) ເພື່ອການເດີນອາກາດດ້ວຍ.