ຄວນຮູ້! 6ສາເຫດທີເຮັດໃຫ້ເກີດອາການວິນຫົວ.

ຮູ້ຫຼືບໍ່ວ່າອາການວິນຫົວເກີດຈາກ 2ສາເຫດຫຼັກໆຄືສາເຫດທີ່ເກີດຈາກການໃຊ້ຊີວິດປະຈໍາວັນ ແລະ ສາເຫດທີ່ເກີດຈາກຄວາມຜິດປົກກະຕິພາຍໃນຮ່າງກາຍ ມື້ນີ້ແອດຈະມາບອກໃຫ້ເຂົ້າໃຈອາການວິນຫົວເກີດຍ້ອນສາເຫດໃດນັ້ນມີດັ່ງລຸ່ນນີ້:


1.ຂາດນໍ້າ: ເມື່ອຮ່າງກາຍເກີດພາວະຂາດນໍ້າຫຼືມີພຶດຕິກໍາດື່ມນໍ້າບໍ່ພຽງພໍ ກໍຈະເຮັດໃຫ້ຄວາມຮ້ອນພາຍໃນຮ່າງກາຍສູງເກີນໄປ ແລະ ສົ່ງຜົນເຮັດໃຫ້ຂອງເຫຼວພາຍໃນລະບົບໂລຫິດມີປະລິມານໜ້ອຍຈື່ງເຮັດໃຫ້ເລືອດໜຽວແລະກໍ່ໃຫ້ເກີດຄວາມດັນໂລຫິດສູງພ້ອມສົ່ງຜົນໃຫ້ເກີດອາຫານວິນຫົວ.


2.ຂາດທາດເຫຼັກ: ຮ່າງກາຍທີຂາດທາດເຫຼັກຈະເຮັດໃຫ້ເກີດພາວະໂລຫິດຈາງແລະນັ້ນຈະເຮັດໃຫ້ຮ່າງກາຍມີເມັດເລືອດແດງທີ່ມີລັກສະນະບໍ່ສົມບູນຫຼືມີໃນປະລິມານທີ່ບໍ່ພຽງພໍຕໍ່ຮ່າງກາຍ ສົ່ງຜົນໃຫ້ບໍ່ສາມາດລໍາລຽງອອກຊີເຈນໄດ້ຢ່າງມີປະສິດທິພາບເຮັດໃຫ້ເກີດອາການວິນຫົວ.
3.ນໍ້າຕານໃນເລືອດຕໍ່າ: ເມື່ອລະດັບນໍ້າຕານໃນເລືອດຕໍ່າອາດສົ່ງຜົນໃຫ້ເກີດອາການວິນຫົວໄປຈົນເຖິງຂັ້ນເປັນລົມໄດ້ ເຊິ່ງສາເຫດໃນຂໍ້ນີ້ອາດເກີດຈາກການອົດອາຫານຫຼືກິນອາຫານບໍ່ຖຶກເວລາ ລວມທັງສາເຫດອື່ນໆເຊັ່ນ:ເກີດຄວາມບໍ່ສົມດູນຂອງຮໍໂມນຫຼືດື່ມເຫຼົ້າ.


4.ພັກຜ່ອນນ້ອຍ: ເມື່ອຮ່າງກາຍໄດ້ຮັບການພັກຜ່ອນທີ່ບໍ່ພຽງພໍ ກໍຈະເຮັດໃຫ້ສະໝອງເຮັດວຽກບໍ່ເຕັມທີ່ ສົ່ງຜົນຕໍ່ຮໍໂມນຄວາມຄຽດ ແລະ ອາດເກີດອາລົມປ່ຽນແປງໄດ້ງ່າຍ,ຄຽດ,ວິນຫົວແລະປວດເບົ້າຕາ.
5.ໃຊ້ງານສາຕາໜັກ: ການໃຊ້ສາຍຕາຢ່າງໜັກຫຼືເລັ່ງຕິດຕໍ່ກັນຫຼາຍຊົ່ວໂມງຕິດໆ ເຮັດໃຫ້ເກີດອາການຕາລ້າແລະມີອາການວິນຫົວຮ່ວມດ້ວຍ.


6.ເມົາຄ້າງ: ສິ່ງມືນເມົາທີ່ດື່ມເຂົ້າໄປໃນປະລິມານຫຼາຍ ຈະຖືກປ່ຽນເປັນຂອງເສຍທີ່ຖ້າຂັບອອກທາງປັດສະວະ ພ້ອມທັງຖຶກສະສົມໄປຕາມຮ່າງກາຍ ເຊິ່ງນັ້ນກໍມີຜົນຕໍ່ການຂາດນໍ້າແລະສົ່ງຜົນຕໍ່ການເຮັດວຽກຂອງຮໍໂມນຕ່າງໆ ໃນຮ່າງການ ຈື່ງເຮັດໃຫ້ເກີດອາການວິນຫົວທຸກເທື່ອທີ່ເມົາຄ້າງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page