ຈີນຂູ່ໜັກ! ຊ້ອມຮົບລູກປືນແທ້ຝັ່ງກົງກັນຂ້າມໄຕ້ຫວັນທ່າມກາງລັດຖະສະພາອາດຢ້ຽມໄທເປ

ຈີນຂູ່ໜັກ! ຊ້ອມຮົບລູກປືນແທ້ຝັ່ງກົງກັນຂ້າມໄຕ້ຫວັນທ່າມກາງ ລັດຖະສະພາອາດຢ້ຽມໄທເປ


ຈີນມີແຜນຊ້ອມຮົບລູກປືນໃນນ່ານນໍ້າໃກ້ເກາະຜິງຖານ ເມືອງຝູຈຽນ ເຊິ່ງຢູ່ຝັ່ງກົງກັນຂ້າມໄຕ້ຫວັນ ຄວາມເຄື່ອນໄຫວເຊິ່ງມີຂື້ນທ່າມກາງຂ່າວ ແນນຊີ ເພໂພຊີ ປະທານລັດຖະສະພາສະຫະລັດ ອາດເດີນທາງຢ້ຽມໄທເປ


ໜ່ວຍງານຄວາມປອດໄພທາງເຮືອຜິງຖານ ອອກຄໍາເຕືອນດ້ານການເດີນເຮືອແລ່ນເຂົ້ານ່ານໍ້າຕ່າງໆ ທີ່ຢູ່ໃກ້ຄຽງກັບເກາະແລະເຂດຝູຈຽນ ທາງພາກຕາເວັນອອກສຽງໃຕ້ ພ້ອມລະບຸວ່າ “ພາລະກິດຝຶກຊ້ອມລູກປືນແທ້” ຈະມີຂື້ນຕັ້ງແຕ່ເວລາ 8:00ໂມງ ເຖິງ21:00ໂມງ


ເຊິ່ງຂ່າວນີ້ມີຂື້ນທ່າມກາງການຄາດເດົາຕ່າງໆວ່າຈີນຈະຕອບໂຕ້ແນວໃດ ຫາກ ແນນຊີ ເພໂລຊີ ປະທານລັດຖະສະພາສະຫະລັດ ຕັດສິນໃຈເດີນທາງຢ້ຽມໄຕ້ຫວັນ ເກາະປົກຄອງຕົນເອງທີ່ປັກກິ່ງເບິ່ງວ່າເປັນສ່ວນໜື່ງຂອງດິນແດນ.


ຄວາມຕືງຄຽດລະຫວ່າງສະຫະລັດແລະຈີນເກີດຂື້ນກ່ຽວກັບຄວາມເປັນໄປໄດ້ຂອງການເດີນທາງຢ້ຽມດັ່ງກ່າວໂດຍ ສີ ຈິ້ນຜິງ ປະທານາທິບໍດີຈີນ ກ່າວເຕືອນປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດ ລະຫວ່າງສົນທະນາທາງໂທລະສັບວ່າ “ ຖ້າຫຼິ້ນກັບໄຟ ໄຟຈະເຜົາໄໝ້”

Leave a Reply

Your email address will not be published. Required fields are marked *

You cannot copy content of this page