ໄບເດັນເຈັບໃຈ! 2ບໍລິສັດພະລັງງານສະຫະລັດ ກອບໂກຍກຳໄລມະຫາສານທ່າມກາງວິກິດນ້ຳມັນແພງ
ເອັກຊອນ ໂມບິ ແລະ ເຊບຣອບ 2ບໍລິສັດໃຫຍ່ສະຫະລັດ ລາຍງານຜົນປະກອບການໄຕມາດສູງສຸດເປັນປະຫວັດສາດ ທ່າມກາງສົງຄາມໃນຢູດເຄຼນທີ່ເປັນເຊື້ອໄຟໃຫ້ລາຄາພະລັງງານພຸ່ງທະຍານ ຕົວເລກທີ່ສະທ້ອນສຽງວິພາກວິຈານຢ່າງດຸເດືອດຈາກທຳນຽບຂາວ ໃນກາງເດືອນກ່ອນ
ປະທານາທິບໍດີໂຈ ໄບເດັນ ເຄີຍອອກມາກ່າວຫາບັນດາບໍລິສັດນ້ຳມັນທັງຫຼາຍວ່າ “ ກຳລັງກອບໂກຍເງີນຫຼາຍກວ່າພະເຈົ້າ”
ດ້ວຍລາຄານ້ຳມັນດິບພຸ່ງທະຍານຂື້ນໄປເໜືອ 100ໂດລາຕໍ່ແມັດກ້ອນ ບໍ່ດົນຫຼັງຣັດເຊຍເປີດສາກຮຸກຮານແລະຄ່າການກັ່ນເພີ່ມສູງ ສືບເນື່ອງຈາກສັກກາຍະພາບການກັ່ນທີ່ຕືງຕົວທົ່ວໂລກສົ່ງຜົນມໃຫ້ ເອັກຊອນ ໂມບິ ເຮັດກຳລັງສູງເຖິງ 17.900ລ້ານໂດລາ ແລະ ເຊບຣອນມີກຳໄລ 11.600ລ້ານໂດລາ
ຜົນກຳໄລນີ້ຖຶກເຜີຍແພ່ອອກມາຕາມຫຼັງລາຍງານຜົນປະກອບການລັກສະນະດຽວກັນຈາກບັນດາບໍລິສັດພະລັງງານຍັກໃຫຍ່ຂອງຢູໂຣບ ໂດຍເຊວມີກຳໄລ 18.000ລ້ານໂດລາ ໂທທາເອເນຈີ ມີກຳໄລ 5.700ລ້ານໂດລາ ແລະ ມີກຳໄລ 3.800ລ້ານໂດລາ
ດາເຣນ ວູ້ດ ຊີອີໂອຂອງເອັກຊອນໂມບິ ກ່າວວ່າຜົນກຳໄລທີ່ແຂງແກ່ງ “ ສະທ້ອນໂຟກັສຂອງເຮົາທີ່ມຸ່ງເນັ້ນຮາກຖານແລະການລົງທຶນທີ່ເຮົາດຳເນີນການມາຫຼາຍປີກ່ອນແລະສາມາດຜ່ານພົ້ນວິກິດໂລກລະບາດໃຫຍ່”