5ວິທີຄິດທີ່ຈະຊ່ວຍໃຫ້ເຮົາໄປຮອດ “ເປົ້າໝາຍ” ໄດ້ໄວຂື້ນ

ຕາບໃດທີ່ເຮົາຍັງເປັນມະນຸດ ທຸກຄົນຕ້ອງຢາກໄດ້ຢາກມີແລະຢາກເຮັດໃຫ້ສຳເລັດຫຼາຍຂື້ນ ແຕ່ເຮົາກັບເບິ່ງບໍ່ຄ່ອຍເຫັນຄວາມສາມດທີ່ມີຢູໃນຕົວເອງ

ນັກ ສະກ໊ອດ ແຮນເສນ ນັກເວົ້າແລະນັກວາງກົນລໍະຍຸດກ່າວວ່າ ເຂົາເຄີຍຊ່ວຍໃຫ້ເຫຼົ່າຜູ້ປະກອບການປະສົບຜົນສຳເລັດໃນທຸລະກິດມາຫຼາກຫຼາຍ ເຊິ່ງການສອນກົນລະຍຸດທີ່ເໝາະສົມເປັນເລື່ອງສຳຄັນຫຼາຍ ແລະ 5ວິທີຄິດນີ້ຈະຊ່ວຍໃຫ້ເຮົາເຮັດໃນສິ່ງທີ່ປາຖະໜາໄດ້ສຳເລັດຍິ່ງຂື້ນໄປ.


1.ຄິດໃຫ້ດີວ່າ ເຮົາກຳລັງຕ້ອງການຫຍັງ? ມີຫຼາຍຄົນທີ່ບໍ່ສາມາດເຮັດໃນສິ່ງທີ່ຕົນປາຖະໜາໃຫ້ສຳເລັດໄດ້ ພຽງເພາະບໍ່ຮູ້ວ່າຕົນເອງຕ້ອງການຫຍັງກັນແທ້ ຫາກເຮົາຢາກສົມຫວັງໄວຂື້ນ ເຮົາກໍຕ້ອງຮູ້ຢ່າງຊັດເຈນວ່າເຮົາຕ້ອງການຫຍັງ ບໍ່ແມ່ນພຍງແຕ່ເປົ້າໝາຍກວ້າງໆ ແຕ່ຕ້ອງລະບຸໃຫ້ທຸກລາບລະອຽດທີ່ກ່ຽວກັບເປົ້າໝາຍຢ່າງຊັດເຈນໃຫ້ຖາມຕົນເອງຕອນນີເລີຍວ່າ ຫາກເຮົາເຮັດໃນສິ່ງນັ້ນສຳເລັດ ຊີວິດເຮົາຈະເປັນແບບໃດຕໍ່ໄປ ເຮົາຈະຮູ້ສືກແນວໃດແດ່?


2.ຂຽນສິ່ງທີ່ເຮົາຕ້ອງການລົງໄປ: ໃຫ້ເຮົາຂຽນສິ່ງທີ່ເຮົາຢາກເປັນຫຼືຢາກໄດ້ລົງໄປ ມັນອາດເບິ່ງຄືເຊີຍ ແຕ່ກໍເປັນວິທີ່ທີ່ດີ ເຮົາຕ້ອງຂຽນໃຫ້ຄືກັບວ່າມັນເກີດຂື້ນໄດ້ແທ້ ເຫດຜົນງ່າຍໆຄື ຈິດໃຕ້ສຳນຶກຂອງເຮົານັ້ນແຍກບໍ່ອອກລະຫວ່າງເລື່ອງແທ້ກັບເລື່ອງເພີ້ຝັນ ດັ່ງນັ້ນຫາກເຮົາໂນ້ມນ້າວໃຫ້ຈິດໃຕ້ສຳນຶກເຮັາເຊື່ອແບບນັ້ນໄວເທົ່າໃດ ມັນກໍຈະເປັນຈິງໄວເທົ່ານັ້ນ
3.ຢຸດກັງວົນເລື່ອງ “ວິທີການ” ຂໍ້ນີ້ສຳຄັນຫຼາຍ ເພາະມັນຈະເປັນຕົວຊີ້ຊະຕາຄວາມສຳເລັດຂອງເຮົາໄດ້ ເຮົາຕ້ອງປ່ອຍວາງເລື່ອງວິທີການໄປກ່ອນ ບໍ່ໄດ້ດັ່ງນັ້ນເຮົາກໍຈະບໍ່ເຫືອບ່ອນຫວ່າງໃຫ້ສິ່ງທີ່ຕ້ອງການໄດ້ເກີດຂື້ນຈິງ


4.ສ້າງອາລົມຮ່ວມຢ່າງລຶກຊື້ງຕໍ່ສິ່ງທີ່ຕ້ອງການ: ຄົນທີ່ມັກມີສັກກາຍະພາບໃນການເຮັດວຽກສູງຮູ້ດີວ່າຈະຕ້ອງຮັບມືກັບເລື່ອງທີ່ສົ່ງຜົນຕໍ່ອາລົມຢ່າງມະຫາສານໃນມື້ໃດມື້ໜື່ງ ເມື່ອເຮົາກຳລັງນຶກຄິດເຖິງເປົ້າໝາຍຫຼືສິ່ງທີ່ປາຖະໜາ ເຮົາຕ້ອງຈິນຕະນາການເຖິງຄວາມຮູ້ສຶກທີ່ຈະເກີດຕາມາໃຫ້ໄດ້ຫຼາຍທີ່ສຸດ


5.ນຶກເຖິງສິ່ງທີ່ຕ້ອງການທຸກມື້ຂັ້ນຕອນສຸດທ້າຍນີ້ສຳຄັນທີ່ສຸດ ເມື່ອເຮົາເຂົ້າໃຈດີແລ້ວວ່າຕ້ອງການສິ່ງໃດ ກໍເຖິງເວລາພະຍາຍາມເຮັດໃຫ້ເປັນຈິງໄດ້ແລ້ວ ເຮົ່ຈະຕ້ອງຖິ້ມວິທີການໄປກ້ອນແລະສ້າງອາລົມຮ່ວມຕໍ່ສິ່ງນັ້ນໃຫ້ຊັດເຈນທີ່ສຸດ ໝັ່ນນຶກຄິດເຖິງມັນທຸກໆມື້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page