ສະມາຊິກEUຖືກອີກຊາດ! ຣັດເຊຍຢຸດປ້ອນອາຍແກ໊ຊລັດເວຍ ຫຼັງຈະຊໍາລະເປັນເງີນຢູໂຣ

ອາຍແກ໊ຊພອມ ລັດວິສາຫະກິດພະລັງງານລັດເຊຍໄດ້ເປີດເຜີຍວ່າຢຸດຈ່າຍແກ໊ຊທີ່ສົ່ງມອບແກ່ລັດເວຍແລ້ວໂດຍອ້າງວ່າເປັນຜົນສືບເນື່ອງຈາກການລະເມີດເງື່ອນໄຂສະກັດແກ໊ຊ


ການຕັດແກ໊ຊຄັ້ງນີ້ມີຂື້ນຫຼັງຈາກອາທິດທີ່ຜ່ານມາທີ່ມີການເປີດເຜີຍວ່າ ປະເທດເຂົາຈະເກີນໜ້າຊື້ແກ໊ຊທໍາມະຊາດລັດເຊຍ ຈົນຫຼັງຈາກປະຕິບັດຕາມຂໍ້ຮຽກຮ້ອງຂອງມອສໂກທີ່ຂໍຈ່າຍເງີນເປັນຣູເບິນ


“ ເວລານີ້ Latvijas Gaze ກໍາລັງຊື້ແກ໊ຊ ແຕ່ເຮົາຈະບໍ່ຊື້ແກ໊ຊຈາກແກ໊ຊພອມເພາະວ່າເຮົາບໍ່ສາມາດຊໍາລະເປັນສະກຸນເງີນຣູເບິນໄດ້ ເຮົາມີຜູ້ຈັດຫາລາຍອື່ນໆ” ປະທານບໍລິສັດ Latvijias ກ່າວພ້ອມລະບຸວ່າກໍາລັງຊໍາລະຄ່າແກ໊ຊເປັນສະກຸນເງີນຢູໂຣ

ກ່ອນໜ້ານີ້ໃນຊ່ວງຕົ້ນເດຶອນ ລັດຖະສະພາລັດເວນກໍານົດມາດຕາການແບນນໍ້າມັນແກ໊ຊທໍາມະຊາດລັດເຊຍເຊິ່ງເລີ່ມບັງຄັບໃຊ້ຕັ້ງແຕ່ວັນທິ 1ມັງກອນ 2023ເປັນຕົ້ນໄປ

Leave a Reply

Your email address will not be published. Required fields are marked *

You cannot copy content of this page