ສະຫະລັດເລັ່ງຂວ້ຳບາດເຄືອຂ່າຍໜ້າສົງໃສຊ່ວຍສົ່ງອອກນ້ຳມັນໃຫ້ອິຣານ
ສະຫະລັດກຳລັວພິຈາລະນາຂວ້ຳບາດນັກທຸລະກິດແລະກຸ່ມເຄືອຄ່າຍບໍລິສັດໃນສະຫະລັດອາລັບເອມິເຣດທີ່ໜ້າສົງໄສວ່າຊ່ວຍເຫຼືອອິຣານໃນການສົ່ງອອກນ້ຳມັນ ໂດຍພິຈາລະນາຂວ້ຳບາດເປັນສ່ວນໜື່ງຂອງການເພີ່ມແຮງກົດດັນທາງການທູດຕໍ່ອິຣານ ໃນຂະນະທີ່ເຈົ້າໜ້າທີ່ສະຫະລັດເລັ່ງຜັກດັນຂໍ້ຕົກລົງໂຄງການນິວເຄຼຍອິຣານ
ຈາກການລາຍງານອ້າງແຫຼ່ງຂ່າວວ່າ ບໍລີສັດແລະອົງກອນດັ່ງກ່າວຢູ່ພາຍໃຕ້ການພິຈາລະນາວ່າໃຊ້ການສົ່ງນ້ຳມັນຈາກເຮືອສູ່ເຮືອໃນທ່ານໍ້າລະຫວ່າງອິຣັກແລະອິຣານ ແລະເຮັດການປອມແປງເອກະສານເພື່ອປົກປິດແຫຼ່ງທີ່ມາຂອງສິນຄ້າໂດຍຂົນສົ່ງນ້ຳມັນຈາກອິຣັກກໍສາມາດຫຼີກລ່ຽງການຂວ້ຳບາດຈາກປະເທດຕາເວັນຕົກໄດ້
ແນວໃດກໍຕາມ ແຜນທີ່ຈະກຳນົດເປົ້າໝາຍຂວ້ຳບາດກຸ່ມທີ່ໜ້າສົງໃສວ່າຫຼີກລ່ຽງການຂວ້ຳບາດນີ້ ເຮັດໃຫ້ເກີດປັນຫາກັບຄະນະຂອງປະທານາທິບໍດີໂຈ ໄບເດັນ ເຊິ່ງພະຍາຍາມສ້າງສົມດູນລະຫວ່າງຄວາມຕ້ອງການທີ່ຈະຄວບຄຸມໂຄງກ່ນນິວເຄຼຍອິຣານ ຂະນະດຽວກັນກໍຈັດການປັນຫາເງີນເຟີ້ທີ່ໄດ້ຮັບແຮງໜຸນບາງສ່ວນຈາກການຂວ້ພບາດການສົ່ງອອກນ້ຳມັນຈາກຣັດເຊຍ