ຜູ້ນຳຢູເຄຼນສັ່ງປະຊາຊົນອົບພະຍົບອອກຈາກໂດເນດ ຫຼັງສົງຄາມເລີ່ມຮຸນແຮງ
ປະທານາທິບໍດີໂວໂລດິເມຍ ເຊເລນສະກີ ແຫ່ງຢູເຄຼນສັ່ງການໃຫ້ປະຊາຊົນທັງໝົດອົບພະຍົບອອກຈາກແຄ້ວນໂດເນດ ທາງພາກຕາເວັນອອກຂອງປະເທດຢູເຄຼນ ໂດຍເຕືອນເລື່ອງການຕໍ່ສູ້ທີ່ທະວີຄວາມຮຸນແຮງຫຼາຍຂື້ນແລະມີການລາຍງານເຫດສູ້ຮົບໃນແຄ້ວນໂດເນດດຳເນີນໄປຢ່າງດຸເດືອດ
ໃນຂະນະນທີ່ກອງກຳລັງຣັດເຊຍລຸກຮື້ດິນແດນຢູເຄຼນຢ່າງຊ້າໆ ຫຼັງສົງສາມາດຄວບຄຸມພື້ນທີ່ຕ່າງໆ ຂອງແຄ້ວນໂດເນດໄດ້ເປັນຈຳນວນຫຼາຍ ຄຳກ່າວຂອງປະທານາທິບໍດີ ເຊເລນສະກີມີຂື້ນຫຼັງຣັດເຊຍປະເຊີນໜ້າກັບເຈົ້າໜ້າທີ່ອົງການສະຫະປະຊາຊາດ (UN) ແລະສະຫະປະຊາຊາດເຂົ້າຮ່ວມການໄຕ່ສວນກໍລະນີການເສຍຊີວິດຂອງນັກໂທດສົງຄາມຊາວຢູເຄຼນ 50ຄົນໃນຄຸກເມືອງໂອເລນິກາ ຂອງແຄ້ວນໂດເນດ ເຊິ່ງຝ່າຍຣັດເຊຍເປັນຜູ້ຄວບຄຸມ
ຣັດເຊຍແລະຢູເຄຼນກ່າວໂທດອີກຝ່າຍວ່າເປັນຜູ້ກໍ່ເຫດຍິງລູກສອນໄຟໂຈມຕີໃນຄຸກແຫ່ງນີ ເພາະຕ້ອງການທຳລາຍຫຼັກຖານການຖຶກທາລຸນແລະຂ້າຟັນ ຂະນະທີ່ເຈົ້າໜ້າທີ່ປ້ອງກັນຣັດເຊຍປະກາດວ່າຍິນດີໃຫ້ມີການກວດສອບເຫດການດັ່ງກ່າວ