ສາວໆຄວນອ່ານ! ວິທີບັນເທົາອາການເຈັບທ້ອງປະຈໍາເດືອນ

ອາການເຈັບທ້ອງປະຈໍາເດືອນ ບັນຫາກວນໃຈຂອງສາວໆ ນອກຈາກຈະບັນເທົາດ້ວຍການກິນຢາແກ້ປວດແລ້ວ ມື້ນິເຮົາຈະມາບອກວິທີແກ້ອາການເຈັບໄດ້ດ້ວຍວິທີງ່າຍໆດັ່ງນີ້:


1.ດື່ມນ້ຳເລື້ອຍໆ:ຖ້າສາວໆ ກໍາລັງເປັນປະຈຳເດືອນຄວນຈະດື່ມນ້ຳໃຫ້ຫຼາຍໆ ເຊິ່ງຈະຊ່ວຍເຮັດໃຫ້ລະບົບເລືອດໄຫຼວຽນໄດ້ດີ, ຄວນດື່ມນ້ຳອຸ່ນ ຫຼື ນຳດື່ມອຸນຫະພູມປົກກະຕິ ບໍ່ຄວນດື່ມນໍ້າເຢັນ ເພາະມັນຈະຊ່ວຍຫຼຸດການເກີດເລືອດເປັນກ້ອນ


2. ໃຊ້ຖົງນຳຮ້ອນ ປະຄົບທ້ອງ:ການໃຊ້ຖົງນ້ຳຮ້ອນມາວາງໄວ້ທ້ອງຂອງເຮົາ ຫຼື ຈະວາງໄວ້ໃນຈຸດທີ່ມີອາກາດເຈັບຈາກການບີບຕົວຂອງມົດລູກ ຄວາມຮ້ອນຈະສາມາດຊ່ວຍກະຕຸ້ນໃຫ້ຫຼອດເລືອດມີການຂະຫຍາຍຕົວ ແລະ ຊ່ວຍຫຼຸດອາການເຈັບ
3. ກິນອາຫານທີ່ມີປະໂຫຍດ: ໃນຕອນທີ່ເປັນປະຈຳເດືອນ ທຸກຄົນລ້ວນແຕ່ມີຄວາມຢາກອາຫານຫຼາຍຂຶ້ນ ເວລາທີ່ເປັນປະຈຳເດືອນຮ່າງກາຍຂອງເຮົາຈຳເປັນຕ້ອງໄດ້ຮັບທາດ ທາດເຫຼັກ, ແຄຣວຊຽມແລະ ໂພແທສຊຽມຫຼາຍ ແຕ່ເຮົາກໍຄວນທີ່ຈະເລືອກອາຫານທີ່ມີປະໂຫຍດຈະດີກວ່າ ເຊິ່ງທາດຕ່າງໆເຫຼົ່ານີ້ສາມາດຫາໄດ້ໃນ: ໝາກໄມ້ ແລະ ຊີ້ນສັດເປັນຕົ້ນ.


4. ການອອກກຳລັງກາຍການເປັນປະຈຳເດືອນຫຼາຍຄົນອາດຈະມີຄວາມກັງວົນວ່າເຮົາຈະອອກກຳລັງກາຍໄດ້ບໍ່, ເຊິ່ງເຮົາສາມາດອອກກຳລັງກາຍໄດ້ແຕ່ຕ້ອງເປັນກິລາປະເພດເບົາເຊັ່ນ: ການອອກກຳລັງກາຍທ່າບໍລິຫານຮ່າງ ,ການຢືດເສັ້ນ ຫລື ການຫຼິ້ນໂຢຄະ.


5. ໃສ່ເສື້ອຜ້າສະບາຍໆ ການໃສ່ເສື້ອຜ້າກໍເປັນສິ່ງທີ່ສໍາຄັນ ເພາະຖ້າໃສ່ເສື້ອຜ້າທີ່ຮັດເກີນໄປຈະເຮັດໃຫ້ອືດອັດ, ເຮັດໃຫ້ບໍ່ສະບາຍຕົວ ແລະ ອາດຈະເພີ່ມອາການເຈັບທ້ອງອີກດ້ວຍ ເຮົາຄວນຈະໃສ່ເສື້ອຜ້າທີ່ສະບາຍຕົວຈະດີກວ່າ
6. ຄວນພັກຜ່ອນໃຫ້ພຽງພໍ ການພັກຜ່ອນຖືວ່າເປັນສິ່ງສຳຄັນຢູ່ແລ້ວ ໃນຕອນທີ່ກໍາລັງເປັນປະຈຳເດືອນກໍຕ້ອງໄດ້ພັກຜ່ອນໃຫ້ພຽງພໍ ເພາະຈະເຮັດໃຫ້ຮ່າງກາຍສາມາດສູ້ກັບສະພາບດັ່ງກ່າວໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page