ສັນຍານບວກ! ໄບເດັນ-ປູຕິນສົ່ງສຽງປານີປານອມ ພ້ອມເຈລະຈາຂໍ້ຕົກລົງນິວເຄຼຍໃໝ່
ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດບອກວ່າ ເຂົາພ້ອມສະແຫວງຫາຂໍ້ຕົກລົງນິວເຄຼຍສະບັບໃໝ່ກັບຣັດເຊຍແລະຮຍກຮ້ອງມອສໂກກະທຳໂດຍຄວາມຊື່ສັດ ຕາມທີ່ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍ ເຄີຍບອກວ່າຈະບໍ່ມີຜູ້ຊະນະໃນສົງຄາມນິວເຄຼຍ
ຜູ້ນຳທັງ2ເຜີຍຖ້ອຍຄຳຖະແຫຼງເປັນລາຍລັກອັກສອນ ໃນລະຫວ່າງທີ່ບັນດາຜູ້ແທນທູດກຳລັງລວມຕົວກັນສຳລັບການປະຊຸມສະຫະປະຊາຊາດທີ່ກິນເວລາເກືອຍ ເດືອນ ເພື່ອທົບທວນສັນຍາບໍ່ເຜີຍແພ່ຂະຫຍາຍອາວຸດນິວເຄຼຍ (NPT) ທັງນີ້ມັນເຄີຍຈະຖືກຍົກຂື້ນມາເວົ້າໃນປີ 2022 ແຕ່ຕ້ອງເລື່ອນອອກໄປສືບເນື່ອງຈາກການແພ່ລະບາດຂອງໂລກລະບາດໃຫຍ່ໂຄວິດ-19
“ ມັນເກີດຂື້ນໃນຊ່ວງເວລາທີ່ອັນຕະລາຍຈາກນິວເຄຼຍບໍ່ເຄີຍໃກ້ແບບນີ້ມາກ່ອນເລີຍນັບຕັ້ງແຕ່ຊ່ວງທີ່ສຸດຂອງສົງຄາມເຢັນ” ອັນໂຕນິໂອ ກູເຕີເຣດ ເລຂາທິການສະຫະປະຊາຊາດບອກໃນກອງປະຊຸມ “ ມະນຸດໂລກຢູ່ຫ່າງຈາກການຖຶກນິວເຄຼຍທຳລາຍລ້າງ ພຽງການເຂົ້າໃຈຜິດແລະການຄຳນວນຜິດພາດພຽງໜື່ງກ້າວ”
ບໍ່ຮອດມື້້ຫຼັງຣັດເຊຍເປີດສາກຮຸກຮານຢູເຄຼນໃນວັນທີ
ກຸມພາ ປະທານາທິບໍດີປູຕິນສັ່ງໃຫ້ກອງກຳລັງປາບປາມຂອງປະເທດ ໃນນັ້ນລວມເຖິງໜ່ວຍອາວຸດນິວເຄຼຍ ຍົກລະດັບກຽມພ້ອມຂັ້ນສູງສຸດ ອ້າງເຖິງສິ່ງທີ່ເຂົາຮຽກວ່າເປັນຄຳຖະແຫຼງກ່າວຈາກບັນດາຜູ້ນຳນາໂຕ້ແລະມາດຕາການຂວ້ຳບາດທາງເສດຖະກິດທີ່ຕາເວັນຕົກກຳນົດຫຼິ້ນງານມອສໂກ.