ບໍ່ສົນຄວາມຕຶງຄຽດ! ເປໂລຊີ ຈະຢ້ຽມໄຕ້ຫວັນ ບໍ່ສົນຈີນຂົ່ມຂູ່ຕອບໂຕ້ໜັກໜ່ວງ
ທ່ານ ແນນຊີ ເປໂລຊີ ປະທານສະພາຜູ້ແທນສະຫະລັດ ກຽມເດີນທາງຢ້ຽມໄຕ້ຫວັນ ແລະມີການອ້າງຈາກແຫຼ່ງຂ່າວ 3ຄົນ ໃນຂະນະທີ່ອາເມຣິກາບອກວ່າຈະບໍ່ຍອມຈຳນົນຕໍ່ຄໍາຂູ່ຂອງຈີນ ທີ່ບອກວ່າຈະບໍ່ຍອມຢູ່ນິ່ງເສີຍ ຫາກວ່າລາວຢ້ຽມເກາະປົກຄອງຕົນແຫ່ງນີທີ່ປັກກິ່ງອ້າງວ່າເປັນສ່ວນໜື່ງຂອງດິນແດນ.
ເປໂລຊີ ເຊິ່ງເລີ່ມຕົ້ນໄປທົວອາຊີດ້ວຍການຢ້ຽມສິງກະໂປຼແລະມີກຳນົດຄ້າງຄືນໃນໄຕ້ຫວັນ ກະຊວງການຊວງຕ່າງປະເທດໄຕ້ຫວັນບໍ່ຂໍສະແດງຄວາມຄິດເຫັນຕໍ່ລາຍງານຂ່າວກ່ຽວກັບແຜນການເດີນທາງຂອງເປໂລຊີ ແຕ່ທຳນຽບຂາວລະບຸວ່າລາວມີສິດທິເຮັດແບບນີ້ ເຖິງບໍ່ຢືນຢັນວ່າລາວຈະເດີນທາງຢ້ຽມໄຕ້ຫວັນຫຼືບໍ່
ຈອນ ເຄີບີ ໂຄສົກສະຫະຄວາມໝັ່ນຄົງແຫ່ງຊາດຂອງທຳນຽບຂາວ ໃຫ້ຄວາມເຫັນວ່າແນວທາງຕອບໂຕ້ຕ່າງໆນານາຂອງຈີນ ອາດມີທັງຍິງລູກສອນໄຟໃກ້ໄຕ້ຫວັນ ເຄື່ອນໄຫວທາງອາກາດແລະທາງກອງທັບເຮືອຄັ້ງໃຫຍ່ລືຍົກລະດັບຄຳກ່າວອ້າງທາງກົດໝາຍຕ່າງໆ ອາທິຄຳກ່າວອ້າງຂອງປັກກິ່ງທີ່ບອກວ່າຊ່ອງແຄບໄຕ້ຫວັນບໍ່ແມ່ນທ່ານ້ຳສາກົນ.