6 ນິໄສທີ່ມັກ “ຂັດຂວາງ” ບໍ່ໃຫ້ເຮົາປະສົບຜົນສຳເລັດ

“ ຄວາມສຳເລັດບໍ່ໄດ້ມາຈາກສິ່ງທີ່ເຮົາມີ ແຕ່ມາຈາກສິ່ງທີ່ເຮົາເປັນ”


ເຮົາຕ່າງຮູ້ດີວ່າການຈະປະສົບຄວາມສຳເລັດໄດ້ນັ້ນຕ້ອງອາໄສຄວາມອົດທົນແລະພະຍາຍາມເປັນຢ່າງຫຼາຍແຕ່ໃນຄວາມເປັນຈິງຍັງມີອີກປັດໄຈທີ່ເຮົາບໍ່ຄວນເບິ່ງຂ້າມເພື່ອກ້າວໄປສູ່ຄວາມສຳເລັດຢ່າງທີ່ເຮົາໃຝ່ຝັນໄວ້ ແລະ ປັດໄຈນັ້ນກໍຄື ການມີສຸຂະພາບຈິດແລະພາວະທາງອາລົມທີ່ດີ


1.ມັກອິດສາ: ໃນບາງຄັ້ງຄວາມອິດສາມັກເອີ້ນວ່າເປັນອາການຂອງຄົນທີ່ອົດບໍ່ໄດ້ເມື່ອເຫັນຜູ້ອື່ນໄດ້ດີ ຢາກມີ,ຢາກເປັນແບບນັ້ນ ແຕ່ຮູ້ຫຼືບໍ່ຄວາມອິດສາເປັນອຸປະສັກສຳຄັນຕໍ່ຄວາມສຳເລັດ ຖ້າເຮົາພໍໃຈໃນສິ່ງທີ່ຕົນເອງມີຫຼາຍເທົ່າໃດ ເຮົາກໍຈະມີຄວາມສຸກແລະມີໂອກາດປະສົບຄວາມສຳເລັດໄດ້ຫຼາຍຂື້ນເທົ່ານັ້ນ.


2.ຮັກຄວາມສົມບູນແບບ: ນອກຈາກຈະບໍ່ແມ່ນສິ່ງທີ່ສຳຄັນຫຍັງແລ້ວ ຍັງຖືເປັນການທຳຮ້າຍຕົນເອງຢ່າງຫຼາຍ ເພາະມັນໝາຍເຖິງເຮົາປ່ອຍໃຫ້ຕົນເອງຖຶກຄວບຄຸມໂດຍຄວາມຄາດຫວັງທີ່ສູງເກີນຈິງ ເຊິ່ງເຮັດໃຫ້ເຮົາຮູ້ສຶກວ່າຕົນເອງຍັງບໍ່ດີພໍ ບໍ່ວ່າເລື່ອງໃດກໍຕາມ


3.ຮູ້ຈັກປຽບທຽບ: ຈົ່ງປຽບທຽບຕົນເອງກັບຈຸດເລີ່ມຕົ້ນ ແລະຈຸດໝາຍຂອງເຮົາເທົ່ານັ້ນ ຢ່າພະຍາຍາມທີ່ຈະປຽບທຍບຕົນເອງກັບຄົນອື່ນ ເພາະຄົນທີ່ປະສົບຄວາມສຳເລັດຈະບໍ່ມີທາງເຮັດແບບນັ້ນຢ່າງເດັດຂາດ ເນື່ອງຈາກພວກເຂົາຮູ້ດີວ່າມັນເປັນເລື່ອງບໍ່ມີປະໂຫຍດແລະເສຍເວລາ


4.ໂທດແຕ່ຄົນອື່ນ: ຊີວິດຂອງເຮົາແລະຄວາມສຳເລັດຂອງເຮົາ ລ້ວນເປັນສິ່ງທີ່ເຮົາສ້າງຂື້ນມາ ດັ່ງນັ້ນການໂທດຄົນອື່ນ ເມື່ອຜົນລັບບໍ່ອອກມາຕາມທີ່ຫວັງໄວ້ ອາດເປັນສິ່ງທີ່ບໍ່ຖຶກຕ້ອງ ແທນທີ່ຈະເສຍເວລາມາຫາວ່າໃຜຜິດໃຜຖຶກ ເຮົາຄວນໃຊ້ເວລາມີຄ່າເພື່ອແກ້ໄຂບັນຫານັ້ນ


5.ຂາດຄວາມເຊື່ອໝັ້ນ: ຖ້າເຮົາກຳລັງສົງໃສວ່າເຮົາຈະໄປໄດ້ໄກເທົ່າໃດ ຂໍໃຫ້ເຮົານຶກເຖິງທຸກຢ່າງໃນຊີວິດທີ່ເຮົາຕ້ອງປະເຊີນມາ ທຸກອຸປະສັກທີ່ເຮົາເອົາຊະນະ ລວມເຖິງທຸກຄວາມຢ້່ານກົວທີ່ເຮົາຂ້າມຜ່ານມາໄດ້ ແລ້ວເຮົາຈະເຫັນວ່າເຮົາມາໄດ້ໄກຫຼາຍພຽງໃດ


6.ມັກຢ້ານ: ຫາກຢ້ານຄວາມລົ້ມເຫຼວ ສະແດງວ່າເຮົາຢ້່ານທີ່ຈະລົງມືເຮັດ ເພາະຄວາມຢ້ານກົວຄືໜື່ງໃນການເຮັດວຽກຂອງຈິດທີ່ເຮັດໃຫ້ເຮົາຄິດວ່າຍັງມີເລື່ອງສຳຄັນຢ່າງອື່ນອີກທີ່ຕ້ອງເຮັດໃຫ້ສຳເລັດດັ່ງນັ້ນຢ່າໃຫ້ຄວາມຢ້ານກົວມາຂັດຂວາງທາງຄວາມສຳເລັດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page