ສະຫະລັດໂວຍຣັດເຊຍ! ຍືດໂຮງໄຟຟ້າຢູເຄຼນເປັນ “ໄສ້ນິວເຄຼຍ” ໂຈມຕີຂ້າງດຽວໃສ່ຄຽບ

ສະຫະລັດໂວຍຣັດເຊຍ! ຍືດໂຮງໄຟຟ້າຢູເຄຼນເປັນ “ໄສ້ນິວເຄຼຍ” ໂຈມຕີຂ້າງດຽວໃສ່ຄຽບ

ແນໂທນີ ບິງເຄນ ລັດຖະມົນຕີວ່າການກະຊວງຕ່າງປະເທດສະຫະລັດ ຮຽກພຶດຕິດກຳຂອງຣັດເຊຍຮອບໆ ໂຮງໄຟຟ້າພະລັງງານນິເຄຼຍໃຫຍ່ທີ່ສຸດຂອງຢູເຄຼນ “ບໍ່ມີຄວງາມຮັບຜິດຊອບຢ່າງຍິ່ງ” ພ້ອມກ່າວຫາມອສໂກກຳລັງໃຊ້ເປັນ “ໄສ້ນິວເຄຼຍ” ສຳລັບໂຈມຕີກອງກຳລັງຢູເຄຼນ.


ໃນເດືອນມີນາຄົມ ກອງກຳລັງຣັດເຊຍເຄີຍຖຶກກ່າວຫາຍິງອັນຕະລາຍໃກ້ໂຮງໄຟຟ້າພະລັງງານນິວເຄຼຍຊາຮິດເຊຍ ຄັ້ງທີ່ພວກເຂົາບຸກຍືດໂຮງໄຟຟ້າແຫ່ງນີ ໃນຊ່ວງຕົ້ນອາທິດທຳອິດ ຂອງປະຕິບັດການຮຸກຮານຢູເຄຼນ.


ລ່າສຸດ ບິງເຄນ ລະບຸວ່າ “ ວໍຊິງຕັນມີຄວາມກັງວົນຢ່າງຍິ່ງທີ່ເວລານີ້ມອສໂກກຳລັງໃຊ້ໂຮງໄຟຟ້າ ເປັນຖານທາງທະຫານ ແລະ ໃຊ້ເປັນຖານສຳລັບຍິງໂຈມຕີກອງກຳລັງຢູເຄຼນ” ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດ ບອກກັບນັກຂ່າວວ່າ ຫຼັງສຳເລັດກອງປະຊຸມບໍ່ແພ່ຂະຫຍາຍອາວຸດນິວເຄຼຍ ທີ່ສະຫະປະຊາຊາດໃນນິວຢອກ


“ ແນ່ນອນຢູເຄຼນບໍ່ສາມາດຍິງຕອບໂຕ້ກັບໄປໄດ້ ຢ້ານຈະເກີດອຸບັດຕິເຫດຮ້າຍແຮງທີ່ກ່ຍວຂ້ອງກັບໂຮງໄຟຟ້າພະລັງງານນິວເຄຼຍ” ບິງເຄນລະບຸ “ພຶດຕິກຳຂອງຣັດເຊຍເກີນເລີຍກວ່າຄຳວ່າໃຊ່ໄສ້ມະນຸດ ຮຽກວ່າໄສ້ນິວເຄຼຍ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page