4 ວິທີປ່ຽນ “ອຸປະສັກ” ໃຫ້ກາຍເປັນ “ໂອກາດ”

4 ວິທີປ່ຽນ “ອຸປະສັກ” ໃຫ້ກາຍເປັນ “ໂອກາດ”


ໄມເຄິນ ຈໍແດນ ເປັນນັກກິລາບານບ້ວງທີ່ມີຊື່ສຍງໂດ່ງດັງໃນລະດັບໂລກ ຊື່ສຽງບໍ່ແມ່ນສິ່ງທີ່ເຂົາມີມາຕັ້ງແຕ່ເກີດ ກວ່າເຂົາຈະກ້າວມາສູ່ອາຊີບທີ່ຫຼາຍຄົນໃຝ່ຝັນໄດ້ນັ້ນ ລ້ວນກ້າວມາຈາກອຸປະສັກທີ່ເບິ່ງຄືຈະບໍ່ມີມືສິ້ນສຸດ


“ເຮົາທຸກຄົນຕ່າງມີອຸປະສັກໃນຊີວິດກັນທັ້ງນັ້ນ ການຮັບມືແລະກ້າວຂ້າມອຸປະສັກຈື່ງເປັນຕົວກຳນົດຄວາມສຳເລັດຂອງເຮົາ”
1.ຈົ່ງເບິ່ງອຸປະສັກເປັນທາງຜ່ານເປົ້າໝາຍ: ຈົ່ງຄິດວ່າເປົ້າໝາຍຂອງເຮົານັ້ນເປັນໄປໄດ້ສະເໝີ ນັກສະແດງຊາວອາເມລິກາ Chris Burke ເຄີຍກ່າວໄວ້ວ່າ “ ອຸປະສັກຄືສິ່ງທີ່ເຮົາຈະຕ້ອງພົບເຈີໃນເວລາທີ່ເຮົາພາດສາຍຕາຈາກເປົ້າໝາຍ”ແລະການຍອມແພ້ກໍບໍ່ແມ່ນຕົວຕົນຂອງຂ້ອຍ”


2. ຈົ່ງວາງແຜນ ບໍ່ແມ່ນເອົາແຕ່ຄາດຫວັງ: ອຸປະສັກເກີດຂືນໄດ້ຕະລອດເວລາ ການຫວັງວ່າອຸປະສັກຈະໝົດໄປແລະທຸກຢ່າງຈະເຂົ້າທີ່ເຂົ້າທາງນັ້ນບໍ່ແມ່ນສິ່ງທີ່ຖຶກຕ້ອງ ເຮົາຕ້ອງຕັ້ງເປົ້າມາຍທີ່ເຮົາສາມາດເຮັດໄດ້ຈິງ ເພື່ອທີ່ຈະຮອງຮັບຄວາມສຳເລັດໄດ້ຢ່າງຊັດເຈນ ຈົ່ງແນ່ໃຈກ່ອນວ່າເປົ້າມາຍຂອງເຮົາບໍ່ຊັບຊ້ອນເກີນໄປ ເປັນຄວາມຕ້ອງການຢ່າງແທ້ຈິງ ພ້ອມທັງສາມາດວັດຜົນໄດ້ ແລະ ການໃຫ້ລາງວັນຕົນເອງເມື່ອກ້າວມາເຖິງຈຸດໆໜື່ງ ສິ່ງເຫຼົ່ານີ້ລ້ວນຊ່ວຍກະຕຸ້ນໃຫ້ເຮົາກ້າວໄປສູ່ເປົ້າໝາຍໄດ້ຢ່າງໄວຂື້ນ.


3.ຈົ່ງເນັ້ນໜັກໃນສິ່ງທີ່ເຮົາສາມາດເຮັດໄດ້: ຕອນທີ່ ຈໍແດນ ຖຶກຄັດອອກຈາກທີມໂຮງຮຽນ ເຂົາສູງພງຽ 178ຊມ ເຂົາຢາກສູງຫຼາຍກວ່ານີ້ ແຕ່ເຂົາຮູ້ວ່າເຂົາບໍ່ສາມາດຄວບຄຸມມັນໄດ້ ດັ່ງນັ້ນແທນທີ່ເຂົາຈະເສຍແຮງແລະເວລາໄປກັບສິ່ງທີ່ຄວບຄຸມບໍ່ໄດ້ ເຂົາຈຶ່ງເນັ້ນໜັກໄປໃນການພັດທະນາທັກສະທີ່ເຂົາສາມາດຄວບຄຸມໄດ້ຫຼາຍກວ່າ.


4.ເຮົາບໍ່ສາມາດຄວບຄຸມສະຖານະການໄດ້ ແຕ່ເຮົາຄວບຄຸມທັດສະນະຄະຕິໄດ້: ເຮົາຕ້ອງມີທັດສະນະຄະຕິທີ່ດີແລະຈະຕ້ອງເຮັດທຸກສິ່ງໃຫ້ສຳເລັດຜົນໃຫ້ໄດ້ ການສ້າງຄວາມເຊື່ອໝັ້ນໃຫ້ກັບຕົນເອງແລະຄວາມກ້າທີ່ຈະລົງມືເຮັດໃນສິ່ງທີ່ຄົນອື່ນອາດຄັດຄ້ານ ຈະເປັນສິ່ງທີ່ເຮັດໃຫ້ເຮົາສາມາດຜ່ານຜ່າທຸກອຸປະສັກໄປໄດ້ ລວມເຖິງສາມາດເອົາຊະນະໃຈຕົນເອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page