9 ສັນຍານເຕືອນອັນຕະລາຍ “ ມະເຮັງທາງເດີນອາຫານ”
ມະເຮັງທາງເດີນອາຫານເປັນສາເຫດການເສຍຊີວິດຈາກໂລກມະເຮັງທີ່ສຳຄັນ ຊະນິດຂອງມະເຮັງທາງເດີນອາຫານທີ່ພົບຕະຫຼອດໄດ້ແກ່ ມະເຮັງຕັບ, ມະເຮັງລໍາໄສ້ໃຫຍ່ດມະເຮັງກະເພາະອາຫານ,ມະເຮັງຫຼອດເລືອດອາຫານ ແລະມະເຮັງຕັບອ່ອນ
ໂດຍທົ່ວໄປພົບມະເຮັງທາງເດີນອາຫານໄດ້ຫຼາຍກວ່າໃນເພດຊາຍ ແລະ ມີຄວາມສ່ຽງເພີ່ມຂືນຕາມອາຍຸ
ສາເຫດຂອງມະເຮັງທາງເດີນອາຫານມີດັ່ງນີ: ທາງກຳມະພັນ:ປະຫວັດການເຈັບ່ວຍມີໂລກມະເຮັງທາງເດີນອາຫານໃນຄອບຄົວຫຼືເຄີຍເປັນມະເຮັງທີ່ອະໄວຍະວະອື່ນມາກ່ອນເຊັ່ນ:ຮັງໄຂ່,ໝົດລູກ,ເຕົ້ານົມ…
ປັໍດໄຈທາງສິ່ງແວດລ້ອມ:ແລະພຶດຕິກຳສ່ຽງທາງສຸຂະພາບ ການບໍລິໂພກອາຫານທີ່ມີສານກໍ່ໃຫ້ເກີດມະເຮັງພວກເອັນ-ໄນໂຕໂຊ ທີ່ພົບຫຼາຍໃນສິ່ງແວດລ້ອມ ໂດຍສະເພາະຢ່າງຍິ່ງໃນອາຫານປະເພດປີ້ງ, ອາຫານໝັກດອງ… ເປັນຕົ້ນພຶດຕິກຳສູບຢາແລະການດື່ມເຫຼົັາເບຍ ປັດໄຈພາຍໃນຖຶເປັຮສາເຫດສຳຄັນໃນການເກີດມະເຮັງໂດຍມີປັດໃຈພາຍນອກເປັນຕົວເສີມຫຼືເລັ່ງໃຫ້ການເກີດມະເຮັງໄວຂື້ນຫຼືຄວາມສ່ຽງສູງຂື້ນ
9 ສັນຍານເຕືອນອັນຕະລາຍ “ມະເຮັງທາງເດີນອາຫານ” ຫາກມີອາການຜິດປົກກະຕິດັ່ງຕໍ່ໄປນີຄວນພົບແພດ:
1.ກືນຕິດ,ກືນລໍາບາກ,ກືນແລ້ວເຈັບ
2.ເບື່ອອາຫານ,ອີ່ມໄວ ຮັບປະທານອາຫານໄດ້ໜ້ອຍລົງ
3.ແນ້ນທ້ອງຊໍາເຮືອ, ອາຈຽນເປັນອາຫານເກົ່າ,ອາຈຽນເປັນເລືອດ
4.ເຈັບທ້ອງທີ່ບໍ່ເຊົາເອງ,ເຈັບຖີ່ຂືນ,ເຈັບຫຼາຍຂື້ນ
5.ເຈັບທ້ອງກາງຄືນຈົນບໍ່ສາມາດນອນຫຼັບໄດ້
6.ການຂັບຖ່າຍປ່ຽນແປງ
7.ຖ່າຍເປັນເລືອດສີແດຳງແດງ
8.ຕົວເຫຼືອງ,ຕາເຫຼືອງທ້ອງໃຫຍ່
9.ນໍ້າໜັກຫຼຸດໂດຍທີ່ບໍ່ໄດ້ຕັ້ງໃຈລົດ