ຈີນເຮັດແທ້! ສົ່ງຍົນຮົບບິນອ້ອມໄຕ້ຫວັນ ທ່າມກາງຂ່າວປະທານລັດຖະສະພາຢ້ຽມໄທເປ
ກອງທັບອາກາດຂອງຈີນຈະສົ່ງຍົນຮົບບິນອ້ອມໄຕ້ຫວັນ ຖ້າຈຳເປັນຕ້ອງ “ ປົກປ້ອງອຳນາດປະຊາທິປະໄຕຂອງປະເທດ” ໂຄສົກ ເປີດເຜີຍ ຄວາມເຄື່ອນໄຫວທີ່ມີ ຂື້ນໃນຂະນະທີ່ ແນນຊີ ເພໂລຊີ ປະທານລັດຖະສະພາສະຫະລັດ ກຳລັງມຸ່ງໜ້າສູ່ພື້ນທີ່
ແຕ່ບໍ່ຊັດເຈນວ່າຈະເດີໜ້າແຜນເດີນທາງຢ້ຽມໄຕ້ຫວັນຫຼືບໍ່ ທ່າມກາງສຽງຄັດຄ້ານຢ່າງແຂງກ້າວຂແອງປັກກິ່ງ
ເຊິ່ງໂຄສົກກອງທັບອາກາດລະບຸວ່າ ຈີນມີຍົນຮົບຂັບໄລ່ຫຼາຍແບບທີ່ສາມາດບິນອ້ອມ ເກາະອັນມີຄ່າຂອງແຜ່ນດິນແມ່າຂອງເຮົາ
ກອງທັບອາກາດຈີນມີຄວາມຕັ້ງໃຈໜັກແໜ່ນ ມີຄວາມເຊື່ອໝັ້ນຢ່າງເຕັມທີ່ແລະມີສັກກາຍະພາບຢ່າງພຽງພໍສຳລັບປົກປ້ອງອຳນາດອະທິປະໄຕຂອງປະເທດ ຄໍາຖະແຫຼງນີ້ມີຂື້ນໃນຂະນະທີ່ ແນນຊີ ເພໂລຊີ ປະທານລັດສະພາສະຫະລັດ ອອກເດີນທາງສຳລັບທົວອາຊີແລ້ວ ໂດຍລາວຖະແລງວ່າແຜນຢ້ຽມສິງກາໂປ,ມາເລເຊຍ,ເກົາຫຼີໃຕ້ແລະຢີປຸ່ນ ເພື່ອຮ່ວມປະຊຸມລະດັບສູງ.