5 ວິທີຄົນສະຫຼາດມັກໃຊ້ເພື່ອ “ ຊັກຈູງຕົນເອງ”
ພາວະຜູ້ນຳມັກກ່ຽວຂ້ອງກັບອຳນາດຊັກຈູງຄົນຢູ່ສະເມີ ເຊິ່ງມີຄົນໆໜື່ງທີ່ສຳຄັນທີ່ສຸດແລະຕ້ອງຊັກຈູງໃຫ້ໄດ້ເລີຍກໍຄື ຕົວຂອງເຮົາເອງ ຄຳຖາມຄື ເຮັດແນວໃດເຮົາຈື່ງຈະສາມາດຊັກຈູງຫຼືໂນ້ມນ້າວໃຈຕົນເອງໃຫ້ເຮັດສິ່ງຕ່າງໆໃຫ້ດີທີ່ສຸດໄດ້? ດັ່ງນັ້ນມາເບິ່ງ 5ວິທີທີ່ຄົນສະຫຼາດມັກເລືອກໃຊ້ໃນການຊັກຈູງຕົນເອງກັນເລີຍ!
1.ຝຶກຢູ່ຮ່ວມກັບສິ່ງທີ່ເຮົາຄວບຄຸມບໍ່ໄດ້: ໂລກນີມີສິ່ງທີ່ເຮົາຢາກປ່ຍນແປງຢູ່ຫຼາກຫຼາຍ ບາງຢ່າງເຮົາກໍອາດປຽນແປງມັນໄດ້ ແຕ່ລາຍຄັ້ງທີ່ບໍ່ສາມາດປ່ຍນແປງໄດ້ເຊັ່ນກັນ ດັ່ງນັ້ນເຮົາຈື່ງຕ້ອງຮຽນຮູ້ທີ່ຈະຢູ່ກັບມັນໃຫ້ໄດ້ ເຊິ່ງຫາກໝາຍຄວາມວ່າ ເຮົາຕ້ອງປ່ຽນແປງທັດສະນະຄະຕິກ່ຍວກັບເລື່ອງທີ່ເຮົາຄວບຄຸມບໍ່ໄດ້ນັ້ນແລ້ວຮຽນຮູ້ທີ່ຈະໃຊ້ຊີວິດຢູ່ຮ່ວມກັບມັນໄດ້
2.ຢ່າຈົມປັກກັບອາດີດ: ການຕິດຢູ່ກັບສີ່ງທີ່ຜິດພາດໃນອາດີດ ບໍ່ຊ່ວຍໃຫ້ຊີວິດເຮົາດີຂືນໄດ້ ເປົ້າມາຍຄື ຈະເຮັດແນວໃດໃຫ້ອານາຄົດດີຂືນກວ່າເກົ່າໄດ້ ເເທນທີ່ນັ່້ງກັງວົນກັບອາດີດທີ່ບໍ່ດີ ເຮົາຄວນຮຽນຮູ້ຈາກຄວາມຜິດພາດນັ້ນແລະບໍ່ເຮັດຜິດພາດອີກໃນມືນີ້ ແລ້ວພຸ່ງນີ້ຈະເປັນມື້ທີ່ດີກວ່າເກົ່າ.
3.ເບິ່ງແຕ່ເລື່ອງທີ່ສຳຄັນ: ຊີວິດເຕັມໄປດ້ວຍເສັ້ນທາງຫຼາກຫຼາຍ ຢ່າເອົາແຕ່ເສຍກຳລັງແລະອາລົມໄປເລື່ອງເລັກໆ ນ້ອຍໆ ມັກສົນໃຈກັບເລື່ອງຂອງຄົນອື່ນເຮົາມັກເຮັດແບບນີເພາະມັນເປັນເລື່ອງງ່າຍກວ່າການທີ່ຈະມາຫາວິທີເຮັດໃຫ້ຊີວິດຕົນເອງດີຂື້ນແລະເສຍລາໄປກັບເລື່ອງບໍ່ມີສາລະທີ່ເຮັດໃຫ້ຊີວິດບໍ່ກ້າວນ້າໄປຈັກເທື່ອ.
4.ລົງທືນເພື່ອພັດທະນະຕົວເຮົາເອງ: ຖ້າເຮົາຍັງບໍ່ເກັ່ງພໍແລ້ວເຮົາຈະໄປເບິ່ງຄົນອື່ນໄດ້ແນວໃດ ການພັດທະນາຕົນເອງເຮັດໃຫ້ເຮົາມີຄວາມສາມາດໃນການຊ່ວຍພັດທະນາຄົນອື່ນໆໄດ້ເຊັ່ນກັນ ການລົງທືນໃນບ່ອນນີ້ໝາຍເຖິງການໃຊ້ເງີນ,ເວລາແລະກຳລັງທີ່ມີເພື່ອຊ່ວຍໃຫ້ເຮົາ ເຕີບໂຕ,ຮຽນຮູ້ ແລະພັດທະນາຕົນເອງໃຫ້ກ້າວໜ້ານຳຜູ້ອື່ນຈົນສາມາດຖ່າຍທອດສິ່ງຕ່າງໆເພື່ອໃຫ້ຜູ້ອື່ນໄດ້ຕໍ່ໄປ
5.ປ່ຍນຄຳວິຈານໃຫ້ກາຍເປັນໂອກາດ: ຊ່ວຍໃຫ້ເຮົາສາມາດຮຽນຮູ້ຂໍ້ມູນແລະທັກສະໃໝ່ໆ ລວມທັງເຮັດໃຫ້ເຮົາເຂົ້າໃຈໃນຕົນເອງຂື້ນໄດ້ ເພາະມັນຊ່ວຍໃຫ້ເຮົາເປີດເຜີຍກັບຕົນເອງຫຼາຍຂື້ນວ່າເຮົາເປັນແນວໃດ ມີສ່ວນໃດແດ່ທີ່ຍັງຂາດຕົກບົກພ່ອງໄປ ຈື່ໄວ້ວ່າຕິຊົມບໍ່ແມ່ນການເຮັດເພື່ອໃຫ້ຜູ້ອື່ນພໍໃຈ ແຕ່ເປັນການຝຶກໃຫ້ເຮົາຮຽນຮູ້ແລະພັດທະນາຕົນເອງຕ່າງຫາກ.