ເຊິ່ງປັດໄຈທີ່ເຮັດໃຫ້ກັດແຂ້ວ-ເຈັບແຂ້ວເກີດໄດ້ຈາກຫຼາຍສາເຫດດັ່ງນີ້:
1.ສະພາບຈິດໃຈ ການດຳລົງຊີວິດໃນປະຈຳວັນອາດມີຄວາມຄຽດ ເນື່ອງຈາກຄວາມເລັ່ງດ່ວນໃນການເຮັດວຽກງານກໍເປັນສາເຫດທີ່ເຮັດໃຫ້ເຮົານອນກັດແຂ້ວໃນເວລານອນໂດຍເຮົາບໍ່ຮູ້ສຶກຕົວໄດ້.
2.ສະພາບແຂ້ວ ອາດມີຈຸດສູງທີ່ຢູ່ເທິງຕົວແຂ້ວ ອາດເກີດຈາກວັດຖຸອຸດຕັນແຂ້ວ ມີການຮຽງກັນຂອງແຂ້ວທີ່ຜິດປົກກະຕິ,ແຂ້ວຊ້ອນຫຼືເປັນໂລກ ເຊິ່ງຖ້າວ່າຈຸດສູງຫຼືການຂັດຂວາງການຫຍ້ຳ ໂດຍທຳມະຊາດຂອງຄົນເຮົາມັກຈະພະຍາຍາມກຳຈັດຈຸດສູງຫຼືຈຸດຂັດຂວາງການຫຍ້ຳ ໂດຍພະຍາຍາມຫຍ້ຳໃຫ້ຈຸດສູງນັ້ນໝັດໄປມັກເກີດໃນເວລາທີ່ເຮົານອນຫຼັບ ເຊິ່ງເປັນເວລາທີ່ເຮົາມີອາການກັດແຂ້ວບໍ່ຮູ້ຕົວ.
3.ນອນກັດແຂ້ວເກີດຈາກສານກະຕຸ້ນຕ່າງໆເຊັ່ນ:ການສູບຢາ, ດື່ມເຄື່ອງດື່ມມືນເມົາຫຼືຄາເຟອິນ
4.ນອນກັດແຂ້ວເກີດຈາກການໃຊ້ຢາຮັກສາໂລກບາງຊະນິດເຊັ່ນ: ຢາຮັກສາໂລກຊືມເສົ້າແລະຢາຮັກສາໂລກອາການທາງຈິດ.
ອາການກັດແຂ້ວບໍ່ຮູ້ຕົວ ນອນກັດແຂ້ວ-ເຈັບແຂ້ວ ເປັນອາການໜື່ງຂຶງຜູ້ທີ່ມີຄວາມຜິດປົກກະຕິດ້ານການຫຍ້ຳຫຼືນອນກັດແຂ້ວ,ເຈັບກາມ ນັ້ນຄືມີບັນຫາຈາກການເຮັດວຽກງານຂອງຂາມີດຕັດ ນອກຈາກຈະມີບັນຫາກັບຄົນທີ່ນອນຂ້າງໆຫຼືໝູ່ເພື່ອນຮ່ວມຫ້ອງແລ້ວ ການນອນກັດແຊຂ້ວ ຍັງສາມາດກໍໃຫ້ເກີດບັນຫາກັບຕົນເອງຕໍ່ຮ່າງກາຍອີກດ້ວຍ.
10 ວິທີເຊັກອາການວ່າເຮົານອນກັດແຂ້ວຫຼືບໍ?
1.ເຈັບຂໍ້ຕໍ່ຄາງກະໄຕຫຼືມີອາການຂໍ້ຕໍ່ຄາງກະໄຕອັກເສບ
2.ເມື່ອມີອາການແຂ້ວຄອນເພີ່ມຂື້ນ
3.ແຂ້ວແຕກຫັກຈາກການຫຍ້ຳ
4.ຮູ້ສຶກຕິດຂັດເວລາອ້າປາກຫຼືຫຸບປາກ
5.ສຽງດັງທີ່ເກີດລະຫວ່າງການນອນຫຼັບ ຈົນເຮັດໃຫ້ຄົນຂ້າງໆຕື່ນ
6.ນອນຫາຍໃຈທາງປາກ
7.ເຈັບປວດບໍລິເວນໜ້າຫູຫຼືຫຼັງຫູ
8.ໄດ້ສິນສຽງຈາກຂໍ້ຕໍ່ຄາງກະໄຕ
9.ມີອາການເຈັບຫົວ
10.ມີອາການສຽວແຂ້ວເມື່ອດື່ມນ້ຳຮ້ອນຫຼືນ້ຳ.