ເລືອກຂ້າງຈີນ! ຣັດເຊຍ-ເກົາຫຼີເໜືອໜູນເຕັມທີ່ ຢືນຢັນມີສິດປົກປ້ອງປະຊາທິປະໄຕ

ເລືອກຂ້າງຈີນ! ຣັດເຊຍ-ເກົາຫຼີເໜືອໜູນເຕັມທີ່ ຢືນຢັນມີສິດປົກປ້ອງປະຊາທິປະໄຕຕອບໂຕ້ ເພໂລຊີ ຢ້ຽມໄຕ້ຫວັນ


ຣັດເຊຍແລະເກົາຫຼີເໜືອລະບຸວ່າຈີນມີສິດທຸກຢ່າງທີ່ໃຊ້ມາດຕາການຕ່າງໆ ເພື່ອປົກປ້ອງອຳນາດປະຊາທິປະໄຕຂອງຕົນເອງແລະປະນາມການເດີນທາງຢ້ຽມໄຕ້ຫວັນຂອງທ່ານນາງແນນຊີ ເພໂລຊີ ປະທານລັດຖະສະພາສະຫະລັດເປັນການ “ຍຸແຍ່ຢ່າງແທ້ຈິງ” ຂະນະດຽວກັນປັກກິ່ງໄດ້ຮຽກທູດອາເມລິກາເຂົ້າພົບ ເພື່ອປະທ້ວງຄວາມເຄື່ອນໄຫວດັ່ງກ່າວແລ້ວ


“ຝ່າຍຣັດເຊຍມີສິດໃຊ້ມາດຕາການທຸກຢ່າງທີ່ຈຳເປັນເພື່ອປົກປ້ອງອຳນາດປະຊາທິປະໄຕຂອງດິນແດນກ່ຽວກັບປະເດັນໄຕ້ຫວັນ” ກະຊວງການຕ່າງປະເທດຣັດເຊຍລະບຸວ່າ ມອສໂກຮຽກການຢ້ຍມໄຕ້ຫວັນຂອງເພໂລຊີ ຄືການຍຸແຍ່ຊັດເຈນ ໂດຍມີເປົ້າມາຍຄືຈີນ


ກະຊວງປ້ອງກັນຈີນປະກາດວ່າກອງທັບແດນມັງກອນກຳລັງຢູ່ໃນພາວະກຽມພ້ອມລະດັບສູງແລະຈະເປີດ “ການປະຕິບັດການທາງທະຫານແບບມີເປົ້າໝາຍ” ໃນການຕອບໂຕ້ການເດນທາງຢ້ຽມຂອງ ເພໂລຊີ
“ຮຽກຮ້ອງໃຫ້ ວໍຊິງຕັນ ອົດທົນອົດກັ້ນຈາກພຶດຕິກຳຍຸແຍ່ຕ່າງໆ ທີ່ທຳລາຍສະຖຽນລະພາບໃນພາກພື້ນແລະຄວາມໝັ່ນຄົງລະຫວ່າງປະເທດແລະຍອມຮັບເຖິງຄວາມເປັນຈິງທາງພູມສາດໃໝ່ ເຊິ່ງບໍ່ເຫຼືອບ່ອນວ່າງສຳລັບຄວາມເປັນເຈົ້າໂລກຂອງອາເມລິກາອີກຕໍ່ໄປ” ກະຊວງປ້ອງກັນຕ່າງປະເທດຣັດເຊຍລະບຸ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page