ຈີນປະກາດ “ຫ້າມນຳເຂົ້າ” ສິນຄ້າໄຫວຫວັນເກືອບ 100ແບຣນ ຕອບໂຕ້ ເພໂລຊີ ຢ້ຽມໄທເປ

ຈີນປະກາດ “ຫ້າມນຳເຂົ້າ” ສິນຄ້າໄຫວຫວັນເກືອບ 100ແບຣນ ຕອບໂຕ້ ເພໂລຊີ ຢ້ຽມໄທເປ


ຈີນປະກາດຫ້າມນຳເຂົ້າຜະລິດຕາພັນອາຫານຈາກໄຕ້ຫວັນເກືອບ 100ແບຣນໂດຍເປັນສ່ວນໜື່ງຂອງມາດຕາການຕອບໂຕ້ກ່ອນທີ່ ແນນຊີ ເພໂລຊີ ປະທານສະພາຜູ້ແທນສະຫະລັດ ຈະເດີນທາງເຖິງກຣຸງໄທເປ


ກົມພາສີຈີນ ໄດ້ປະກາດແບນຫ້າມນໍາເຂົ້າສິນຄເາໄຫວຫວັນ ໂດຍຈະຄວບຄຸມສິນຄ້າຈຳພວກອາຫານທະເລ,ຊາ ແລະນໍ້າເຜິງ ຕາມການລາຍງານຈາກນັກຂ່າວທ້ອງຖິ່ນ
ການຫ້າມນໍາເຂົ້າສິນຄ້າຄັ້ງນີ້ເປັນໜື່ງໃນມາດຕາການກົດດັນທາງເສດຖະກິດທີ່ປັກກິ່ງມຸ່ງເປົ້້າໂຈມຕີໄປຍັງອຸດສາຫະກຳກະເສດຂອງໄຕ້ຫວັນ

ເນື່ອງຈາກເຂດຕອນໃຕ້ຂອງໄຕ້ຫວັນເຊິ່ງເປັນແຫຼ່ງປູກໝາກໄມ່້ຖືເປັນຖານສຽງສຳຄັນຂອງພັກປະຊາທິປະໄຕກ້າວໜ້າ ແລະປະທານາທີິບໍດີ ໄຊ່ ອິງເຫວິນ ເຊິ່ງມີຈຸດຢືນສະໜັບສະໜູນໃຫ້ໄຕ້ຫວັນປະກາດເອກະລາດຈາກຈີນຢ່າງເປັນທາງການ
ພັກຄອມມູນິດຈີນຢືນຢັນໄຕ້ຫວັນເປັນດິນແດນສ່ວນໜື່ງຂອງຈີນ ເຖິງແມ່ນວ່າຈະບໍ່ເຄີຍປົກຄອງເກາະແຫ່ງນີ້ມາກ່ອນເລີຍກໍຕາມ

Leave a Reply

Your email address will not be published. Required fields are marked *

You cannot copy content of this page