ໄຕ້ຫວັນຊີ້ “ ຈີນ ” ຊ້ອມຮົບຮອບເກາະເປັນໄພຄຸກຄາມຕໍ່ ທ່າເຮືອ-ຊຸມຊົນເມືອງ ຢືນຢັນພ້ອມປ້ອງກັນເຕັມທີ່
ກະຊວງປ້ອງກັນໄຕ້ຫວັນປະນາມແຜນການຊ້ອມຮົບໃຫຍ່ຍິງລູກປືນແທ້ຂອງຈີນວ່າ “ໄພຄຸກຄາມ” ຕໍ່ທ່າເຮືອສຳຄັນແລະຊຸມຂົນເມືອງ ພ້ອມປະກາດຍົກລະດັບການປ້ອງກັນແລະຈະໃຊ້ມາດຕາການຕອບໂຕ້ຢ່າງເດັດຂາດ ທ່າມກາງສະຖານະການໃນຊ່ອງແຄບໄຕ້ຫວັນທີ່ຮ້ອນຢ່າງໜັກຈາກການທີ່ປະທານສະພາຜູ້ແທນລາດສະຫະລັດໄປຢ້ຽມໄທເປ
ຖ້ອຍຄຳຖະແຫຼງຈາກກະຊວງປ້ອງກັນໄຕ້ຫວັນມີຂືນພຽງບໍ່ຮອດຊົ່ວໂມງຫຼັງຈາກທີ່ປັກກິ່ງໄດ້ສົ່ງຍົນທະຫານເຖິງ 21ລຳ ບຸກເຂົ້າໄປໃນເຂດສະແດງຕົຂນເພື່ອການປ້ອງກັນໄພທາງອາກາດ (ADIZ) ຂອງໄຕ້ຫວັນຂະນະທີ່ແຫຼ່ງຂ່າວລະບຸວ່າຍົນຮົບຈີນຫຼາຍລໍາບິນໃກ້ເສັ້ນແບ່ງຊ່ອງແຄບໄຕ້ຫັວນ ກ່ອນບິນອອກໄປ ນອກຈາກນີ້ຍັງມີເຮືອຮົບຂອງຈີນອີກຫຼາຍລຳທີ່ລ່ອງເຂົ້າໄປໃກ້ເສັ້ນແບ່ງຢ່າງບໍ່ເປັນທາງການແລະຈົນເຖິງຕອນນີ້ກໍຍັງຄົງຢູ່ໃນບໍລິເວນດັ່ງກ່າວ
ເຈົ້ານ້າລະດັບສູງຂອງຈີນຕ່າງສະແດງຄວາມຄຍດແຄ້ນຕໍ່ການຢ້ຽມໄຕ້ຫວັນຂອງ ແນນຊີ ເພໂລຊີ ປະທານສະພາຜູ້ແທນລາດສະຫະລັດ ເຊິ່ງຖືເປັນເຈົ້ານ້າທີ່ລະດັບສູງສຸດຂອງອາເມລິກາທີ່ໄປຢ້ຽມໄຕ້ຫວັນໃນຮອບ 25ປີ ໂດຍປັກກິ່ງນັ້ນອ້າງວ່າສະຫະລັດ ກຳລັງ “ຍຸແຍ່” ແລະບ່ອນທຳລາຍສະຖານະປັດຈຸບັນທີ່ຊ່ອງແຄບໄຕ້ຫວັນທີ່ອ່ອນແອ.