“ 7 ແນວຄິດຄົນເກັ່ງ ເຮັດວຽກນ້ອຍ..ແຕ່ໄດ້ເງິນຫຼາຍ”

“ 7 ແນວຄິດຄົນເກັ່ງ ເຮັດວຽກນ້ອຍ..ແຕ່ໄດ້ເງິນຫຼາຍ”


7 ຫຼັກການວິທີຄິດ ຄືຄົນສຳເລັດຄົນເກັ່ງ “ ທີ່ເຮັດນ້ອຍ..ແຕ່ໄດ້ຫຼາຍ”.
ຖ້າຕອບແບບຄົນທົ່ວໄປ.. ກໍຄົງຈະຕອບວ່າກໍຍ້ອນໂລກນີ້ມັນບໍ່ຍຸດຕິທຳ ແມ່ນ!! ຖ້າໄດ້ຄຳຖາມແບບນີ້ເຮົາບໍ່ໄດ້ຮຽນຮູ້ຫຍັງເລີຍ.
ເຊື່ອບໍ ພຽງແຕ່ເຮົາປ່ຽນຄຳຖາມ ເຮົາຈະໄດ້ຮຽນຮູ້ຫຼາຍຂຶ້ນ ລອງຄິດດີໆ ຈະພົບວ່າຄົນປົກກະຕິເຮັດວຽກໜັກມັກຈະໄດ້ເງິນຫຼາຍ ນັ້ນປົກກະຕະິ ແຕ່ທີ່ບໍ່ປົກກະຕິຄື “ຄົນທີ່ເຮັດວຽກນ້ອຍໄດ້ເຮັດຫຼາຍ”
ທີ່ເຮັດວຽກນ້ອຍໄດ້ເງິນຫຼາຍ ແລະ ທີ່ນ່າສົນໃຈຄື ຄົົນເຫຼົ່ານີ້ບໍ່ແມ່ນຄົນຂີ້ຄ້ານ ສ່ວນສິ່ງທີ່ນ່າສົນໃຈກວ່ານີ້ ພໍມັນລຸກຂຶ້ນມາເຮັດວຽກໜັກມັນຍິ່ງໄດ້ເງິນໂຄດຫຼາຍ (ເກີນໄປແລ້ວ)


1 ຄົນເຫຼົ່ານີ້ຈະພະຍາຍາມເຮັດໃຫ້ຕົນເອງມີເວລາວ່າງ ເພາະເວລາທີ່ເຮົາໄດ້ຄິດໄດ້ເຕີບໂຕ ໄດ້ລອງເຮັດສິ່ງໃໝ່ໆ ກໍຄືເວລາທີ່ເຮົາວາງຈອກນໍ້າທີ່ເຕັມ ມັນເຕີມນໍ້າເພີ່ມບໍ່ໄດ້ ຈອກຕ້ອງວ່າງກ່ອນ ຈຶ່ງຈະໃຊ້ປະໂຫຍດໄດ້ (ແຕ່ຢ່າ ວ່າງວຽກແບບບໍ່ເຮັດຫຍັງເລີຍ ເພາະນັ້ນຄື ຄວາມຊວຍ555)


2 ຄົນເຫຼົ່ານີ້ ມັກຮຍນຮູ້ຕະຫຼອດເວາ ມັກຮຽນໜັງສື ມັກຮຽນ ຊອບລົມກັບຄົນ ເພາະມັນຄືໂອກາດໃຫ້ຮຽນຮູ້


3 ຄົນເຫຼົ່ານີ້ຮູ້ວິທີ Leverage ຕົວເອງ ສ້າງລະບົບ ສ້າງ Franchise ລົງທຶນຫຸ້ນແລ້ວຖືຮັບເງິນປັນຜົນ ( ບໍ່ສົນລາຄາຫຸ້ນປານໃດ) ເວົ້າງ່າຍໆກໍຄື ເຂົາຈະຫາທຸກໂອກາດ ເພື່ອພັດທະນາໂອກາດໃຫ້ຂະຫຍາຍ Passive Income ຕະຫຼອດເວລາ)


4 ຄົນເຫຼົ່ານີ້ເຮັດວຽກໂຄດໜັກ ເມື່ອເຫັນໂອກາດ ຄວາມແປກຂອງຄົນແບບນີ້ຄື ຖ້າເຂົາເຫັນໂອກາດຈິງໆຈັງໆ ແລ່ນເຂົ້າຫາ ເຂົາກໍພ້ອມ ຈະເຮັດວຽກໜັກ ຍິ່ງເຮັດວຽກໜັກກວ່າຄົນປົກກະຕິເສຍອີກ


5 ຄົນເຫຼົ່ານີ້ຈະເຮັດທຸກທາງ ໃຫ້ຕົວເອງໄດ້ເຮັດວຽກສະເພາະທີ່ຕົວເອງຖະໜັດ ຄົນເຮົາໃຊ້ເວລາ 80% ໄປກັບວຽກ ທີ່ເຮົາບໍ່ຖະໜັດ ຜົນລັບກໍເລີຍນ້ອຍ ເຂົາຈຶ່ງທຸ່ມເທຄົ້ນຫາວຽກທີ່ຖະໜັດ ເພື່ອໃຊ້ເວລາໄປກັບສິ່ງທີ່ເຮັດໄດ້ເງິນຫຼາຍ ແລະ ເຕີບຕສູງ ລາຍໄດ້ເຂົາຈຶ່ງຕາມຄວາມຊ່ຽວຊານ ຍິ່ງເຮັດສະເພາະທີ່ຊ່ຽວຊານ ລາຍໄດ້ເລີຍຍິ່ງຫຼາຍຂຶ້ນ


6 ຄົນເຫຼົ່ານີ້ບໍ່ຢ້ານຄົນເກັ່ງ ແລະ ພ້ອມເຮັດວຽກັບຄົນທີ່ເກັ່ງກວ່າ ການທີ່ເຮົາຈະສາມາດເຮັດໃນສິ່ງທີ່ຖະໜັດ ວ່າແຕ່ຕ້ອງມີຄົນອື່ນມາຮ່ວມວຽກໃນສິ່ງທີ່ເຂົາບໍ່ຖະໜັດການເຮັດວຽກຂອງຄົນເກັ່ງ ພຽງແຕ່ທຸກຄົນເຮັດໃນສິ່ງທີ່ຖະໜັດ ແລ້ວມາຮ່ວມກັນ ເທົ່ານັ້ນເອງ


7 ຄົນເຫຼົ່ານີ້ມັນສອນລູກນ້ອງ ບໍ່ຢ້ານທີ່ຈະສອນູົນອື່ນ ບໍ່ຢ້ານທີ່ຄົນອື່ນຈະເກັ່ງກວ່າ ສຸດທ້າຍເຮົາຈະສະບາຍ ຖ້າເຮົາລາຍລ້ອມດ້ວຍຄົນເກັ່ງ ລູກນ້ອງເກັ່ງເຮົາຈະສະບາຍ ລູກນ້ອງຈະເລີນເຮົາຍິ່ງໂຄດສະບາຍ ແມ່ນ!! ເຮັດວຽກນ້ອຍເງິນຫຼາຍ ມັນເປັນວິທີທີ່ທຸກຄົນພັດທະນາໄດ້ ໂລກນີ້ນະ ຍຸດຕິທຳ ພຽງແຕ່ເຮົາຄ່ອຍໆ ພັດທະນາຕົວເຮົາ ໃຫ້ໄປຢູ່ໃນຈຸດທີ່ຍຸດຕິທຳກໍເທົ່ານັ້ນແຫຼະ

Leave a Reply

Your email address will not be published. Required fields are marked *

You cannot copy content of this page