ສາມີ ແລະ ພັນລະຍາທີ່ດີຕ້ອງມີ 4 ຢ່າງນີ້ຕໍ່ກັນ.
4 ຂໍ້ຂອງຊີວິດຄູ່ທີ່ສາມີ ແລະ ພັນລະຍາທີ່ດີຄວນມີ ນຳທາງສູ່ຄວາມສຳເລັດໃນຊີວິດ.
#. ສາມີທີ່ດີ 4 ຢ່າງທີ່ຄວນຈະຕ້ອງມີ
1 ຈະຕ້ອງເປັນຜູ້ໃຫ້ເລື່ອງການເງິນ ເພື່ອຄອບຄົວຕົນເອງໃຫ້ພັນລະຍາຄວບຄຸມດ້ານການເງິນ ແລະ ເຮົາເອງ ກໍຈະຕ້ອງຂໍເງິນໄປເຮັດວຽກ ມື້ລະ 50 ພັນ ນີ້ແຫຼະສາມີທີ່ດີເຂົາເຮັດ 555
2 ໃຫ້ໃນສ່ວນຂອງການຍອມຮັບ ໃນສັງຄົມແກ່ຄອບຄົວຕົນເອງ ກໍຄືໃຫ້ສະແດງອອກໄປວ່າເວລາຈະໄປໃສ ຕອນໃດ ຕ້ອງມີພັນລະຍາໄປນຳ ບໍ່ຄວນໄປຄົນດຽວ
3 ໃຫ້ເວລາກັບຄອບຄົວ ຍາດພີ່ນ້ອງຕົນເອງ ຫາກຄອບຄົວຕ້ອງການຮີບມາ ໃຫ້ເຂົາໃຊ້ ບໍ່ວ່າຈະເປັນ ຊັກເຄື່ອງ ກວາດເຮືອນ ທຳຄວາມສະອາດເຮືອນ ຫຼື ແຕ່ງກິນກໍຕາມ ແລະ ທີ່ສຳຄັນເລີຍຊ່ວງລ້ຽງລູກອີກດ້ວຍ ເພາະເປັນໜ້າທີ່ຂອງທຸກຄົນ
4 ໃຫ້ເລື່ອງຄວາມໄວ້ໃຈ ເຊິ່ງກັນ ແລະ ກັນ ເພາະເປັນການເປີດເຜີຍໃນການສອບຖາມຫາຂ່າວຫາຄວາມຂອງພັນລະຍາ ຂໍ້ນີ້ເພື່ອໃຫ້ລາວບໍ່ມີຄວາມລະແວງ ທັ້ງຍອມຮັບການຕາມລ່າ ຕາມລ້າງຂອງພັນລະຍາໄດ້ທຸກເມື່ອ ຢ່າງເຊັ່ນໄປເຕະບານມາ ປະມານນີ້ 555
#. ພັນລະຍາທີ່ດີ ກໍຄວນມີ 4 ຢ່າງນີ້
1 ເກັບຄຳເວົ້າໃຫ້ໄດ້ ເພາະຖ້າຫາກສາມີ ຫຼື ຄົນໃນຄອບຄົວເຂົາເຮັດຫຍັງ ຫຼື ມີບັນຫາເລື່ອງຫຍັງກັບຊາວບ້ານ ຫຼື ຄົນທີ່ຮູ້ຈັກ ເຂົາກໍຈະຮູ້ໝົດທຸກເລື່ອງ ເຂົາກໍຈະໂພສເວົ້າຈາວ່າຮ້າຍໄປແບບລອຍໆ ຖ້າຫາກມີຄົນປະຈານສາມີ ຫຼື ບາງທີອາດໄປເຖິງຄອບຄົວຂອງສາມີໄປອີກດ້ວຍ ບາດນີ້ເວລາດີກັນ ເຫດການປົກກະຕິຂຶ້ນມາ ຕົນເອງບໍ່ຮູ້ ເອົາໜ້າໄປໄວ້ໃສດີ ເພາະທຳລາຍເຄດິດສາມີຕົນເອງ ເຮັດໃຫ້ໂອກາດໃນການທີ່ຈະເຮັດການອາຊີບ ບໍ່ປະສົບຜົນສຳເລັດ ກໍຍ້ອນປາກຂອງພັນລະຍາເອງ ໃຜຈະຊ່ວຍໄດ້
2 ເກັບຕົວເອງໄດ້ ເພາະຖ້າເຮົາມີສາມີ ແລະ ຍັງເຮັດເປັນຄົນເປີດ ບໍ່ວ່າໃຜຊວນໄປໃສ ກໍໄປໝົດ ໃຜມາເວົ້າຈີບກໍຍິ້ມໃຫ້ ຮ່ວນໂທລົມຊາວບ້ານເຂົາທຸກມື້ ມັນກໍເລີຍເຮັດໃຫ້ສາມີບໍ່ເປັນອັນທຳມາຫາກິນເລີຍ ເພາະຖ້າແຕ່ລະແວງແບບນີ້
3 ທ້ອນເງິນໃຫ້ໄດ້ ເມື່ອໃດທີ່ສາມີໃຫ້ເງິນມານັ້ນ ແລະ ຖ້າເຮົາທ້ອນບໍ່ເປັນ ຖ້າເກີດຈັງຫວະຊີວິດຊ່ວງໃດຊ່ວງໜຶ່ງ ຕົກວຽກຂຶ້ນມາ ຫຼື ບໍ່ມີອາຊີບເຮົາກໍຈະສາມາດທີ່ຈະນຳເງິນທີ່ເຮົາທ້ອນໄວ້ນັ້ນ ມາຈັດການບໍລິຫານເພື່ອໃຫ້ຢູ່ໄດ້ ຖ້າເມົາມົວແຕ່ເອົາເງິນໄປຫຼິ້ນແຕ່ການພະນັນຈົນໝົດຕົວ ເງິນທີ່ທ້ອນເອົາໄວ້ ມັນຈະເຫຼືອຫຍັງ ບາດນີ້ຈະໄປເພິ່ງພາໃຜ
4 ເຮົາເປັນພັນລະຍາກໍຕ້ອງຮັກສາ ສາມີໃຫ້ໄດ້ ເພາະເຮົາມີສາມີແລ້ວເວລາມີັບັນຫາກັນ ກໍໃຫ້ຍຶດຈຸດເດີມ ມາເປັນຈຸດຢືນ ຢ່າມົວແຕ່ໜ້າມືດຄິດແຕ່ເອົາຊະນະ ບໍ່ສົນໃຈອະນາຄົດກັນ ບໍ່ຄິດ ແຕ່ຈະໄລ່ໄປໃຫ້ໄກ ເຊັ່ນ ເກັບເຄື່ອງສາມີແລ້ວໂຍນ ແລະ ໄລ່ໄປຢູ່ບ່ອນອື່ນ ແບບນີ້ເຂົາເອີ້ນໄລ່ສາມີ ບໍ່ແມ່ນຮັກສາ ສາມີ ຈື່ໄວ້ເດີຄົນດີ ບາດນີ້ພໍສາມີໄປ ກໍຖືກຄົນເບິ່ງວ່າສາມີຄົນດຽວກໍຮັກສາໄວ້ບໍ່ໄດ້ ກໍຄືສູ້ບໍ່ໄດ້ແມ່ນແຕ່ນັກຮ້ອງ ເດັກເສີບ ທີ່ມາກຜົວຫຼາຍສາມີ ຄົນອື່ນເບິ່ງມັນກໍເປັນແນວນັ້ນໄປຊະແລ້ວ.