(ຂຽນໄວ້ດີຫຼາຍ) ຈັງຫວະຊີວິດແຕ່ລະຄົນບໍ່ຄືກັນ.
ຂໍ້ຄິດດີຫຼາຍ “ຊີວິດຄົນເຮົາມີຂຶ້ນມີລົງ” ເພາະຈັງຫວະຊີວິດມັນແຕກຕ່າງກັນ ຕາມຄວາມຫຼາຍ ໜ້ອຍ..ເວລາລົງຂໍພຽງຢ່າທໍ້.
ບາງຄົນຮຽນຈົບຕອນອາຍຸ 22 ປີ..ແຕ່ຕ້ອງຖ້າອີກ 2 ປີ ຈຶ່ງຈະຫາວຽກເຮັດໄດ້ໃນຂະນະທີ່ບາງຄົນ ຮຽນບໍ່ຈົບ ແຕ່ສ້າງເສັ້ນທາງຊີວິດເປັນເຈົ້າຕົນເອງ ປະສົບຄວາມສຳເລັດຕັ້ງແຕ່ອາຍຸ 20 ປີ ແຕ່ຕ້ອງມາປະສົບອຸບັດຕິເຫດຈົນເສຍຊີວິດລົງໃນພຽງແຕ່ອາຍຸ 25 ປີ ບາງຄົນມີລູກກ່ອນແຕ່ງດອງ.. ຂະນະທີ່ບາງຄົນແຕ່ງດອງແລ້ວມີລູກບໍ່ໄດ້ ດາລາດັງບາງຄົນວາງມືຈາວົງການບັນເທີງຕອນອາຍຸ 35 ປີ ຂະນະທີ່ດາລາບາງຄົນແຈ້ງເກີດໃນຕອນອາຍຸ 50 ປີ ບາງຄັ້ງເຮົາກໍໄດ້ເຫັນວ່າ ຜູ້ຄົນຢູ່ອ້ອມຮອບຕົວເຮົາຫຼາຍໆ ບາງຄົນກໍໂດດເດັ່ນຂຶ້ນກ່ອນໜ້າເຮົາ ບາງຄົນກໍປະສົບຄວາມສຳເລັດຕອນຫຼັງເຮົາ ແຕ່ທຸກຄົນກໍແລ່ນໃນເສັ້ນທາງຂອງຕົນເອງ ຢ່າເອົາຕົວເອງໄປປຽບທຽບກັບໃຜຈົນເຮົາໝົດກຳລັງໃຈແລະ ຢ່າໄດ້ປະເມີນໃຜຕໍ່າເກີນໄປ ຫຼື ໄປດູຖູກໃຜ ເຂົາອາດກຳລັງເຮັດວຽກງານຢ່າງໜັກໃນເສັ້ນທາງຂອງເຂົາ ແລະ ເຮົາກໍຄວນເຮັດແບບນັ້ນເຊັ່ນກັນ ຕັ້ງໃຈໃນເສັ້ນທາງຂອງເຮົາຊີວິດຂອງແຕ່ລະຄົນມີຊ່ວງເວລາທີ່ຈະສຳເລັດແຕກຕ່າງກັນ ພຽງແຕ່ ຕ້ອງລໍຖ້າຈັງຫວະເວລາທີ່ສະແດງອອກມາເທົ່ານັ້ນ ປຽບຄືກັບຕົ້ນໄມ້ນ້ອຍໃຫຍ່ທັງຫຼາຍ ບາງຄົນປຽບຄືກັບຖົ່ວຂຽວປູກບໍ່ດົນກໍໃຫຍ່ເປັນຖົ່ວງອກ ເກັບກ່ຽວຜົນລັບໄດ້ໄວ ເກັບຂາຍໄດ້ໄວແຕ່ກໍຄົງຢູ່ບໍ່ໄດ້ດົນ ບາງຄົນປຽບຄືໝາກມ່ວງ ອາດໃຊ້ເວລາດົນນານຫຼາຍປີ ເພື່ອເຕີບໂຕ ແລະ ບົ່ມ ເພາະຄວາມສຳເລັດແຕ່ເມື່ອອອກດອກອອກຜົນແລ້ວ ຍັ່ງຍືນ ແລະ ຍາວນານກວ່າ ຈື່ໄວ້.. ບໍ່ມີດອກຄຳວ່າລົ້ມເຫຼວ ມີແຕ່ຍອມແພ້ແລ້ວລົ້ມເລີກໄປກ່ອນ !! ຈົງຢ່າປຽບທຽບກັບຄວາມລົ້ມເຫຼວຂອງເຮົາ ກັບຄວາມສຳເລັດຂອງໃຜ ພຽງແຕ່ບາງຈັງຫວະໃນຊີວິດ ຢ່າຄິດວ່າຈະເປັນແບບນີ້ຕະຫຼອດໄປ ທຸກຄວາມສຳເລັດຂອງທຸກຄົນ ມີຊ່ວງເວລາທີ່ເໝາະສົມຂອງມັນສະເໝີ ຂ້ອຍບໍ່ກ້າພັກຜ່ອນເພາະວ່າຂ້ອຍບໍ່ມີເງິນ ຂ້ອຍບໍ່ກ້າເວົ້າວ່າເມື່ອຍ ເພາະຂ້ອຍຍັງບໍ່ປະສົບຄວາມສຳເລັດ ຂ້ອຍບໍ່ກ້າຂີ້ຄ້ານ ເພາະຄົນທີ່ເຂົາເກັ່ງກວ່າຂ້ອຍເຂົາຍັງພະຍາຍາມເລີຍ ຂ້ອຍສາມາດເລືອກທີ່ຈະຂີ້ຄ້ານໄດ້ ແຕ່ຂ້ອຍຈະບໍ່ເຮັດ ເພາະຕໍ່ໃຫ້ຂ້ອຍເລືອກທີ່ຈະສະບາຍ ແລະ ຂີ້ຄ້ານເຮັດວຽກໃນມື້ນີ້ ແຕ່ ໃນມື້ໜ້າຂ້ອຍກໍຕ້ອງລຳບາກເຮັດວຽກຢູ່ດີ ເຈົ້າຈະບໍ່ອິດສາລາຍໄດ້ ຫຼື ເງິນເດືອນຂອງຄົນອື່ນເລີຍ ຖ້າຫາກເຈົ້າຮູ້ວ່າເຂົາຝຶກຝົນຢ່າງໜັກທຸກມື້ ແລະ ລຳບາກເກືອບທຸກຄືນ ກວ່າທີ່ຈະໄດ້ມາຢູ່ໃນຈຸດນີ້ ແລະ ມີຫຼາຍຂະໜາດນີ້ໄດ້ ຊີວິດມີຂຶ້ນ ມີລົງມື້ນີ້ສູງສົ່ງ ມື້ອື່ນອາດຈະຕໍ່າລົງ ຈົງຢ່າໄດ້ດູຖູກຢຽດຫຍາມຊໍ້າເຕີມ ໃຜ ເມື່ອເຫັນໃຜກໍຕາມຕົກທຸກໄດ້ຍາກ ໃຫ້ເມດຕາສົງສານ ຖ້າຊ່ວຍເຫຼືອພວກເຂົາບໍ່ໄດ້ ກໍພຽງແຕ່ໃຫ້ກຳລັງໃຈ ກໍໄດ້ບຸນແລ້ວ.