ເຢຍລະມັນເລັ່ງຕໍ່ອາຍຸໂຮງໄຟຟ້ານິວເຄຼຍ ອ້າງຣັດເຊຍສົ່ງກ໊າຊຊ້າ.
ນາຍົກລັດຖະມົນຕີເຢຍລະມັນຊີ້ ການຕໍ່ອາຍຸການໃຊ້ງານໂຮງງານໄຟຟ້ານິວເຄຼຍອາດຈະ “ສົມເຫດສົມຜົນ” ເພື່ອແກ້ບັນຫາວິກິດໃນຊ່ວງລະດູໜາວ.
ວັນທີ່ 4 ສິງຫາ 2022 ໂພລິຕິໂກ ລາຍງານວ່າ ໂອລາຟ ໂຊນ ນາຍົກລັດຖະມົນຕີເຢຍລະມັນ ກ່າວວ່າ ການຍຶດອາຍໂຮງໄຟຟ້ານິວເຄຼຍຂອງປະເທດອາດຈະ “ສົມເຫດສົມຜົນ” ເນື່ອງຈາກການຂົນສົ່ງກ໊າຊຈາກຣັດເຊຍທີ່ລົດລົງ ອາດກໍ່ໃຫ້ເກີດວິກິດເຊື້ອເພີງໃນລະດູໜາວ
ໃນລະຫວ່າງການຢ້ຽມຊົມບໍລິສັດ (Siemens Energy) ໃນເມືອງມູນໄຮ ປະເທດເຢຍລະມັນ(Mülheim an der Ruhr) ເຊິ່ງປັດຈຸບັນເປັນສະຖານທີ່ຈັດເກັບກັງຫັນທໍ່ຂົນສົ່ງ ເຊິ່ງເປັນຫົວໃຈຫຼັກຂອງຂໍ້ຜິດພາດດ້ານກ໊າຊຂອງຣັດເຊຍ
ນາຍົກລັດຖະມົນຕີເຢຍລະມັນ ຖືກຖາມເຖິງຄຳຕອບທີ່ເຂົາຈະເວົ້າກັບພັນທະມິດໃນເອີຣົບທີ່ຮຽນຮ້ອງເຢຍລະມັນເປີດໃຫ້ໂຮງໄຟຟ້ານິວເຄຼຍເຮັດວຽກຕໍ່ໄປ
ເຂົາຕອບວ່າໂຮງໄຟຟ້ານິວເຄຼຍທັງ 3 ແຫ່ງ ມີສັດສ່ວນເປັນພຽງ “ສ່ວນນ້ອຍ” ຂອງປະລິມານໄຟຟ້າທັງໝົດຂອງເຢຍລະມັນ “ແຕ່ກໍອາດສົມເຫດສົມຜົນ” ທີ່ຈະປ່ອຍໃຫ້ໂຮງໄຟຟ້າເຫຼົ່ານີ້ເຮັດວຽກໄດ້ດົນຂຶ້ນ ທັ້ງທີ່ ໂຮງງານໄຟຟ້າທັງ 3 ແຫ່ງມີກຳນົດປິດດຳເນີນການພາຍໃນທ້າຍປີນີ້
ໂດຍຊີ້ວ່າໃນບາງລັດ ເຊັ່ນ ບາວາເຣຍ ອາດຕ້ອງປ່ອຍໃຫ້ໂຮງໄຟຟ້ານິວເຄຼຍຂອງຕົນດຳເນີນການຕໍ່ໄປ ເນື່ອງຈາກການພັດທະນາພະລັງງານໝູນວຽນໃນລັດເຫຼົ່ານີ້ຍັງລ່າຊ້າອີກທັ້ງທາງການຈະ “ສະຫຼຸບຜົນ” ການທົດສອບພາວະວິກິດຂອງລະບົບໄຟຟ້າທີ່ກຳລັງດຳເນີນການຢູ່ ເຊິ່ງຄາດວ່າຈະໄດ້ຮັບຜົນການທົດສອບພາຍໃນອີກບໍ່ຫຼາຍອາທິດຕໍ່ໄປ.