5 ອັນດັບ ທະເລທີ່ສວຍງາມທີ່ສຸດໃນໂລກ.

5 ອັນດັບ ທະເລທີ່ສວຍງາມທີ່ສຸດໃນໂລກ.


ອັນດັບທີ່ 5 ຊາຍຫາດ Anse Source d’Argent, ເກາະ La Digue, ປະເທດເຊເຊນສ(Seychelles)
ຊາຍຫາດນີ້ຢູ່ເທິງເກາະທີ່ໃຫຍ່ເປັນອັນດັບ 3 ຂອງປະເທດເຊເຊນສ ຖ້າຈະເວົ້າເຖິງຄວາມສວຍງາມຂອງສະຖານທີ່ແຫ່ງນີ້ ຕ້ອງເວົ້າວ່າ ສະຫວັນເທິງດິນ ດ້ວຍຄວາມໂດດເດັ່່ນຂອງຊາຍສີຂາວຂຸ່ນປະສົມກັບຊາຍສີບົວ ເຮັດໃຫ້ທີ່ແຫ່ງນີ້ສວຍງາມແປກຕາກວ່າຊາຍຫາດອື່ນໆ ທີ່ທ່ານເຄີຍສຳຜັດມາ ບວກກັບເປັນຊາຍຫາດທີ່ມີແນວປະກາລັງລຽນກັນເປັນແຖວຍາວ ຊ່ວຍປ້ອງກັນຄື່ນນໍ້າ ເຮັດໃຫ້ຊາຍຫາດແຫ່ງນີ້ສະຫງົບເໝາະແກ່ການພັກຜ່ອນສະບາຍສະບາຍ ແລະ ເໝາະກັບຄົນທີ່ມັກດຳນໍ້າເບິ່ງປະກາລັງອີກດ້ວຍ


ອັນດັບທີ່ 4 ເກາະ Madeira ປະເທດໂປຕຸເກດ
ເກາະນ້ອຍໆແຫ່ງນີ້ຢູ່ໃນມະຫາສະໝຸດແອັດລັງຕິກ ຫ່າງຈາກແຜ່ນດິນໂປຕຸເກດເຖິງ 900 ກິໂລແມັດ ເກາະ Madeira ເປັນເກາະທີ່ບໍ່ມີຫາດຊາຍຄືກັບທະເລແຫ່ງອື່ນ ແຕ່ໃນເລື່ອງທັດສະນີຍະພາບຮັບຮອງວ່າທີ່ແຫ່ງນີ້ເປັນໜຶ່ງໃນເກາະທີ່ສວຍງາມທີ່ສຸດໃນໂລກແນ່ນອນ ນອກຈາກນີ້ເກາະ Madeira ຍັງໄດ້ຮັບສາຍານາມວ່າ ເປັນເກາະແຫ່ງດອກໄມ້ ແລະ ມີວາຍທີ່ເປັນຂອງຂຶ້ນຊື່ອີກດ້ວຍ


ອັນດັບທີ່ 3 Grande Anse, ເກາະ La Digue, ປະເທດເຊເຊນສ(Seychelles)
ເກາະ La Digue ອີກໜຶ່ງທະເລທີ່ສວຍງາມທີ່ສຸດໃນໂລກທີ່ທ່ານຈະໄດ້ສຳຜັດກັບຫາດຊາຍສີຂາວຍາວກວ່າ 2 ໄມ ຕັດກັບທະເລສີຄາມ ແລະ ທ້ອງຟ້າໃສ ເຮັດໃຫ້ທ່ານເບິ່ງເຫັນໄດ້ສຸດລູກຫູລູກຕາ ພຽງແຕ່ຄິດພາບຕາມຜ່ອນຄາຍສຸດໆ ແລ້ວນອກຈາກຄວາມສວຍງາມ ທີ່ແຫ່ງນີ້ກໍພຽບພ້ອມໄປດ້ວຍຮ້ານຕ່າງໆ ທີ່ລໍຖ້າໃຫ້ບໍລິການນັກທ່ອງທ່ຽວ ເອີ້ນໄດ້ວ່າ ສະດວກສະບາຍເລີຍ ສ່ວນໃຜມັກໂຕ້ຄື່ນ ທີ່ແຫ່ງນີ້ຈະບໍ່ເຮັດໃຫ້ທ່ານຜິດຫວັງຢ່າງແນ່ນອນ


ອັນດັບທີ່ 2 ປະເທດມັນດີຟ(Maldives)
ຊື່ທີ່ໃຜໆຄຸ້ນເຄີຍ ທີ່ແຫ່ງນີ້ມີຫາດຊາຍລະອຽດສີຂາວ ຕັດກັບນໍ້າທະເລສີຟ້າອ່ອນ ນໍ້າໃສຄືກັບຄຣິດຕັ່ນເຮັດໃຫ້ເຮົາສາມາດເບິ່ງເຫັນປະກາລັງສີຟ້າຂຽວ ຝູງປາ ແລະ ສິ່ງທີ່ມີຊີວິດສັດຕ່າງໆ ໃນນໍ້າເນື່ອງຈາກມັນດີຟມີເກາະເລັກເກາະນ້ອຍເຖິງ 1,190 ເກາະ ເຊິ່ງມີອານາເຂດກວ້າງເຖິງ 90,000 ຕາແມັດ ເຮັດໃຫ້ຜູ້ມາທ່ຽວໄດ້ພົບເຫັນກັບຄວາມສວຍງາມ ແລະ ຄວາມເປັນສ່ວນຕົວໄດ້ຢ່າງເຕັມທີ່ນັ້ນເອງ


ອັນດັບທີ່ 1 ເກາະ Providenciales
ສຳຫຼັບທະເລທີ່ສວຍງາມທີ່ສຸດໃນໂລກອັນດັບໜຶ່ງ ຕົກເປັນຂອງເກາະ Providenciales ທີ່ເປັນສ່ວນໜຶ່ງຂອງໝູ່ເກາະ Turks & Caicos ນັກທ່ອງທ່ຽວມັກເອີ້ນເກາະນີ້ວ່າ “Provo” ເຮົາຈະໄດ້ສະຜັດນໍ້າທະເລໃສ ແລະ ຊາຍຂາວລະອຽດ ໃຜທີ່ມາສຳຜັດຕ່າງກໍເອີ້ນທີ່ແຫ່ງນີ້ວ່າ “ສະຫວັນເທິງດິນ” ທີ່ແຫ່ງນີ້ຍັງເປັນແຫຼ່ງດຳນໍ້າຊັ້ນຍອດທີ່ມີທັ້ງແນວປະກາລັງຍາວສຸດລູກຫູລູກຕາ ແລະ ເກາະນ້ອຍໆ ສາມາດໄປຢຸດແວ່ພັກຜ່ອນໄດ້ ຮັບຮອງວ່າ ຄວາມສວຍຂອງເກາະທີ່ສວຍງາມທີ່ສຸດໃນໂລກແຫ່ງນີ້ ຈະເຮັດໃຫ້ທ່ານລືມຮ້ອນໄປເລີຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page