ເຊເລັນສະກີ ເຜີຍຄວາມໃນ ໃຈຢາກລົມສ່ວນຕົວກັບ ສີ ຈິ້ນຜິງ ສະຫງົບສຶກຣັດເຊຍ.
ເຊເລັນສະກີໃຫ້ສຳພາດນັກຂ່າວຈີນ ເປີຍຕ້ອງການລົມກັບປະທານາທິບໍດີ ສີ ຈິ້ນຜິງ ຫຼັງຈາກພະຍາຍາມຕິດຕໍ່ຫາລືເປັນທາງການມາຫຼາຍເທື່ອ ຊີ້ຈີນຊ່ວຍຍຸດຕິສົງຄາມໄດ້.
ວັນທີ່ 4 ສິງຫາ 2022 ນັກຂ່າວລາຍງານສຳພາດພິເສດ ເຊເລັນສະກີ ຜູ້ນຳຢູເຄຼນ ເຊິ່ງເປີດເຜີຍວ່າ ເຂົາຕ້ອງການລົມໂດຍກົງກັບ ສີ ຈິ້ນຜິງ ຜູ້ນຳຈີນ ກ່ຽວກັບສົງຄາມທີ່ຣັດເຊຍກໍ່ຂຶ້ນ ເນື່ອງຈາກຢູເຄຼນ ແລະ ຈີນມີຄວາມສຳພັນໃກ້ຊິດກັນມາຫຼາຍປີ ກ່ອນທີ່ຄວາມຂັດແຍ້ງນີ້ຈະເກີດຂຶ້ນ
ຜູ້ນຳຢູເຄຼນຮຽກຮ້ອງໃຫ້ມະຫາອຳນາດແຫ່ງອາຊີໃຊ້ອິດທິພົນທາງການເມືອງ ແລະ ເສດຖະກິດທີ່ຢູ່ເໜືອຣັດເຊຍ ເພື່ອຍຸດຕິສົງຄາມນີ້ ຫຼັງຈາກມີຜູ້ເສຍຊີວິດຈາກສົງຄາມແລ້ວຢ່າງນ້ອຍ 5,327 ຄົນ ບາດເຈັບ 7,257 ຄົນ ຕາມຂໍ້ມູນຈາກຄະນະມົນຕີສິດທິມະນຸດສະຫະປະຊາຊາດ (UNCHR) ວັນທີ່ 1 ສິງຫາ 2022
“ຂ້ອຍຕ້ອງການລົມຕົງໆ ເພາະຂ້ອຍເຄີຍລົມກັບປະທານາທິບໍດີ ສີ ຈິ້ນຜິງ ເມື່ອປີກ່ອນ ແລະ ນັບຕັ້ງແຕ່ສົງຄາມຂະຫຍາຍຕົວຂຶ້ນ ຫຼັງວັນທີ່ 24 ກຸມພາ ທີ່ຜ່ານມາເຮົາກໍພະຍາຍາມຂໍລົມຢ່າງເປັນທາງການ ແຕ່ກໍບໍ່ເກີດຂຶ້ນ ເຖິງແມ່ນວ່າເຮົາຈະເຊື່ອວ່າການໂອລົມນີ້ຈະຊ່ວຍໃຫ້ສະຖານະການດີຂຶ້ນ” ເຊເລັນສະກີກ່າວ
ແລະ ນີ້ຄືຄັ້ງທຳອິດທີ່ປະທານາທິບໍດີ ຢູເຄຼນ ໃຫ້ສຳພາດກັບນັກຂ່າວອາຊີ ນັບຕັ້ງແຕ່ສົງຄາມຣັດເຊຍ-ຢູເຄຼນເກີດຂຶ້ນ
ເຊເລັນສະກີຫວັງວ່າຈີນຈະໃຊ້ແນວທາງທີ່ແຕກຕ່າງຈາກຄວາມຂັດແຍ້ງຈົນເຖິງຄະນະນີ້ ຈີນກໍໄດ້ຕໍ່ຕ້ານການເຊັນເຊີພັນທະມິດທາງເສດຖະກິດທີ່ສຳຄັນຂອງຣັດເຊຍ ດ້ວຍເຫດການບຸກຢູເຄຼນ ເຖິງແມ່ນວ່າເຂົາຈະຕ້ອງການໃຫ້ຄວາມສຳພັນລະຫວ່າງຢູເຄຼນ ແລະ ຈີນເພີ່ມຂຶ້ນ ແລະ ມີການພັດທະນາຕໍ່ໄປ.