ເປັນຫຍັງ ຄົນດຸໝັ່ນບໍ່ກ້າວໜ້າແຕ່ຄົນສະເໜີໜ້າມັກໄດ້ດີ

ເປັນຫຍັງ ຄົນດຸໝັ່ນບໍ່ກ້າວໜ້າແຕ່ຄົນສະເໜີໜ້າມັກໄດ້ດີ

ເລື່ອງເລົ່ານີ້ສະທ້ອນໃຫ້ເຫັນວ່າ ສັງຄົມການເຮັດວຽກທີ່ເປັນຢູ່ທຸກມື້ນີ້ມັນເປັນແນວໃດ ເລື່ອງເລົ່ານີ້ຊື່ວ່າ ຄວາຍແລະໝາ.
ເຄີຍສົງໄສບໍວ່າ ຍ້ອນຫຍັງຄວາຍທີ່ໄຖນາ ອາຫານທີ່ໄດ້ກິນຈື່ງບໍ່ແມ່ນເຂົ້າ ແຕ່ວ່າໝາທີ່ບໍ່ໄດ້ອອກແຮງງານເຮັດນາ ນັ່ງໆນອນໆໝົດມື້ພັດໄດ້ກິນເຂົ້າຢ່າງອິ່ມໜຳສຳລານ
ລອງມາຟັງເລື່ອງເລົ່າ ຄວາຍເຮັດນາໝາກິນເຂົ້າ ເບິ່ງແລ້ວທ່ານຈະເຂົ້າໃຈວ່າເຫດຜົນມັນແມ່ນຫຍັງ.

ເມື່ອສະໄໝກ່ອນຊາວນາໃຊ້ຄວາຍໄຖນາ ແລະໄດ້ລ້ຽງສັດ 2ໂຕໄວ້ຄື ຄວາຍກັບໝາ ໃນແຕ່ລະມື້ສັດທັງສອງຈະມີໜ້າທີ່ຄືອອກໄປເຮັດນາ ຕັ້ງແຕ່ເຊົ້າໆ ພໍຮອດເວລາໃກ້ທ່ຽງຊາວນາຈະອອກໄປກວດເບີ່ງຄວາມຮຽບຮ້ອຍ ມີມື້ໜຶ່ງຂະນະທີ່ຄວາຍແລະໝາໄປເຮັດນາແຕ່ເຊົ້າມືດຕາມປົກກະຕິນັ້ນ ຄວາຍຈະເປັນຄົນໄຖນາຢ່າງດຸໝັ່ນຈົນໄຖນາແລ້ວໝົດ

ຈາກນັ້ນຄວາຍເມື່ອຍແລະໝົດແຮງຈາກການໄຖນາຈຶ່ງໄປອາບນ້ຳ ແລະ ນອນພັກກ້ອງຕົ້ນໄມ້ໃຫ່ຍ ແຕ່ໝານັ້ນມາຮອດນາມີແຕ່ນອນໆ ພໍເຫັນວ່າໃກ້ຈະທ່ຽງຄືເວລາທີ່ຊາວນາຈະມາກວດວຽກ ກໍ່ຮີບລຸກອອກໄປຍ່າງຢຽບເທິງທົ່ງນາທີ່ຄວາຍໄດ້ໄຖນາໄວ້ຈົນທົ່ວ ເຮັດໃຫ້ທົ່ງນາມີແຕ່ຮອຍຕີນຂອງໝາ

ແລ້ວພໍຊາວນາມາຮອດໝາກໍ່ຮີບແລ່ນໄປຫາເອົາອົກເອົາໃຈພ້ອມດ້ວຍຕົນໂຕທີ່ເປື້ອນຂີ້ຕົມແລ້ວກໍ່ບອກວ່າຕົນໄຖນາຈົນແລ້ວສຳເລັດ ເມື່ອຍຫຼາຍ ຊາວນາກໍ່ຊົມເຊີຍຍ້ອງຍໍ ແຕ່ຊາວນາຫຼຽວໄປເຫັນຄວາຍທີ່ຫຼັບຢ່າງສະບາຍໃຈກ້ອງຮົ່ມໄມ້ ຊາວນາຮູ້ສຶກໂມໂຫຈື່ງເຂົ້າໄປຮ້າຍວ່າເຈົ້າຂີ້ຄ້ານບໍ່ສົມຄວນກິນເຂົ້າແລະຕໍ່ໄປນີ້ໃຫ້ໄປກິນຫຍ້າແທນເຂົ້າ ລົງໂທດດ້ວຍການໃຫ້ນອນໃນຄອກ

ສ່ວນໝາເຈົ້າດຸໝັ່ນ ຊ່ວຍຄົນເຮັດນາຈົນແລ້ວຈຶ່ງໃຫ້ກິນຢູ່ແບບດຽວກັບຄົນໃນເຮືອນທີ່ສະບາຍ.
ໃນຍຸກປັດຈຸບັນຖ້າປຽບກັບການເຮັດວຽກ ເຊື່ອວ່າຫຼາຍໆຄົນອາດເຄີຍພົບຄົນປະເພດດຽວກັນກັບໝາທີ່ມັກເຮັດວຽກເອົາໜ້າປະຈົບປະແຈງເຈົ້ານາຍ ມັກເວົ້າຫຼາຍກ່ອນລົງມືເຮັດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page