ຢູເຄຼນສ້າງຖານທັບຢູ່ເຂດທີ່ຢູ່ອາໄສ ປະຊາຊົນຢູ່ໃນອັນຕະລາຍ, Amnesty ຊີ້ໃຫ້ເຫັນ.
Amnesty ຊີ້ ຢູເຄຼນສ້າງຖານທັບໃນພື້ນທີ່ທີ່ຢູ່ອາໄສ ເຮັດໃຫ້ປະຊາຊົນຕົກຢູ່ໃນອັນຕະລາຍ ລັດຖະບານຢູເຄຼນຕອບໂຕ້ ເບິ່ງຂ້າມຄວາມເປັນຈິງໃນຊ່ວງສົງຄາມ
ວັນທີ່ 5 ສິງຫາ 2022 ເດິກາຣດ່ຽນລາຍງານວ່າ Amnesty ລະບຸວ່າ ກອງທັບຢູເຄຼນກຳລັງເຮັດໃຫ້ຊີວິດພົນລະເມືອງຕົກຢູ່ໃນອັນຕະລາຍ ດ້ວຍການສ້າງຖານທັບໃນພື້ນທີ່ຢູ່ອາໄສ ຂະນະທີ່ຕົວແທນລັດຖະບານຢູເຄຼນ ໄດ້ອອກມາໂຕ້
ນັກວິໃຈຂອງແອມເນສຕີ່ ພົບວ່າ ກອງກຳລັງຢູເຄຼນກຳລັງໃຊ້ໂຮງຮຽນ ແລະ ໂຮງໝໍບາງແຫ່ງເປັນຖານທັບ ແລະ ມີການຍິງໃກ້ບ້ານເຮືອນ ບາງຄັ້ງຍັງມີການໃຊ້ສະຖານທີ່ຕາມອາຄານທີ່ພັກອາໃສອີກດ້ວຍ
ລາຍງານດັ່ງກ່າວສະຫຼຸບວ່າ ໃນບາງກໍລະນີກອງກຳລັງລັດເຊຍກະຕອບໂຕ້ ການໂຈມຕີ ຫຼື ເລັງເປົ້າໝາຍໄປຍັງພື້ນທີ່ ທີ່ຢູ່ອາໄສ ເຊິ່ງເຮັດໃຫ້ພົນລະເມືອງຕົກຢູ່ໃນຄວາມສ່ຽງ ແລະ ສ້າງຄວາມເສຍຫາຍຕໍ່ໂຄງສ້າງພື້ນຖານຂອງພົນລະເມືອງ
ນອກຈາກນີ້ຍັງວິຈານກອງທັບຢູເຄຼນກໍລະນີທີ່ບໍ່ອົບພະຍົບພົນລະເມືອງທີ່ອາດຖືກຈັບໃນລະຫວ່າງການປະທະ
“ອັກເນສ ຄັນລາມາຣ” ເລຂາແອມເນສຕີ່ ກ່າວວ່າ ເຮົາໄດ້ບັນທຶກຮູບແບບຂອງກອງກຳລັງຢູເຄຼນ ທີ່ເຮັດໃຫ້ພົນລະເມືອງຕົກຢູ່ໃນຄວາມສ່ຽງ ແລະ ລະເມີດກົດໝາຍສົງຄາມ ເພື່ອພວກເຂົາປະຕິບັດການໃນພື້ນທີ່ທີ່ມີປະຊາກອນ
ດ້ານ “ຮັນນາ ມາເລຍ” ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຫາ ແອມເນສຕີ່ ວ່າ “ບິດເບືອນພາບຄວາມເປັນຈິງ” ແລະ ບໍ່ເຂົ້າໃຈສະຖານະການທີ່ເກີດຂຶ້ນ ເຂົາຍັງກ່າວອີກດ້ວຍວ່າ ທະຫານຢູເຄຼນຖືກສົ່ງເຂົ້າໄປປະຈຳການໃນເມືອງຕ່າງໆ ແລະ ພື້ນທີ່ທີ່ມີປະຊາກອນເພື່ອປົກປ້ອງພວກເຂົາຈາກການໂຈມຕີຂອງຣັດເຊຍ.