5 ສານອາຫານທີ່ຈຳເປັນສຳຫຼັບຜູ້ສູງອາຍຸ.
ພໍເລີ່ມອາຍຸຫຼາຍຂຶ້ນ ການເລືອກຮັບປະມານອາຫານສຳລັບຜູ້ສູງອາຍຸ ຈຶ່ງຈຳເປັນຕ້ອງເອົາໃຈໃສ່ເປັນພິເສດ ເພາະສານອາຫານທີ່ຜູ້ສູງໄວຕ້ອງການກັບປ່ຽນໄປ ປະສິດທິພາບການເຮັດວຽກຂອງຮ່າງກາຍກໍລົດລົງໄປອີກດ້ວຍ ມື້ນີ້ເຮົາມີຂໍ້ມູນກ່ຽວກັບສານອາຫານທີ່ຈຳເປັນໃນຜູ້ສູງໄວມາຝາກ.
• ໄຟເບີ່ ຫຼື ໃຍອາຫານ ເນື່ອງຈາກຜູ້ສູງໄວມີບັນຫາໃນການຍໍ້າອາຫານ ແລະ ການຍ່ອຍອາຫານ ຈຶ່ງເຮັດໃຫ້ຜູ້ສູງໄວກິນອາຫານທີ່ມີໃຍອາຫານນ້ອຍລົງ ວິທີທີ່ດີໃນການເພີ່ມໃຍອາຫານຄື ຕ້ອງປຸງໃຫ້ອາຫານນິ່ມຂຶ້ນ ແລະ ຄວນກິນເປັນປະຈຳ ທັນຍາພືດບໍ່ຂັດສີ, ຖົ່ວ, ຜັກ ແລະ ໝາກໄມ້ຕ່າງໆ
• ແມກນີຊ່ຽມ ເປັນສານອາຫານທີ່ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃນຮ່າງກາຍ ກະຕຸ້ນການເຮັດວຽກຂອງຫົວໃຈ ແລະ ຍັງເຮັດໃຫ້ກະດູກແຂງແຮງ ໄດ້ແກ່ ຜັກຂົມ , ແກ່ນໝາກອຶ, ປາທູ, ອາໂວກາໂດ່
• ວິຕາມິນບີ 12 ເປັນສານອາຫານທີ່ສຳຄັນມ ເພາະຊ່ວຍກະຕຸ້ນໃຫ້ຮ່າງກາຍ ສ້າງເມັດເລືອດແດງ ແລະ ດີເອັນເອ ແລະ ຍັງຊ່ວຍບຳລຸງການເຮັດວຽກຂອງລະບົບປະສາດ ປ້ອງກັນອັນໄຊເມີໃນຜູ້ສູງໄວໄດ້ອີກດ້ວຍ ອາຫານທີ່ອຸດົມດ້ວຍວິຕາມິນບີ 12 ໄດ້ແກ່ ປາ ແລະ ໂຍເກິດ
• ໂພແທສຊ່ຽມ ເສີມສ້າງກະດູກໃຫ້ແຂງແຮງ ແລະ ຍັງຊ່ວຍກະຕຸ້ນການເຮັດວໜກຂອງເຊວໃນຮ່າງກາຍ ແລະ ເພື່ອໃຫ້ຮ່າງກາຍໄດ້ຮັບໂພແທສຊ່ຽມຢ່າງພຽງພໍ ເພາະນຳໃຫ້ກິນ ກ້ວຍ, ໝາກໝັ້ນ, ໝາກອາງຸ່ນແຫ້ງ
• ໂອເມກ່າ 3 ຜູ້ສູງໄວຈຳນວນຫຼາຍມັກຂາດກົດໄຂມັນໂອເມກ່າ 3 ແນະນຳໃຫ້ກິນອາຫານທີ່ມີໂອເມກ່າ 3 ສູງ ເຊັ່ນ ປາທີ່ມີໄຂມັນຫຼາຍ ໄດ້ແກ່ ປາແຊວມ່ອນ, ປູທູ, ຖົ່ວເຫຼືອງ, ຜັກບັອກເຄີລີ່.