ເມື່ອກ້າຮັບຄວາມຈິງ ເຫັນໄດ້ເຖິງຄວາມ ບົກພ່ອງ ທຸກຢ່າງກໍຈະປ່ຽນແປງ ແກ້ໄຂໃຫ້ໄປໃນທິດທາງທີ່ດີໄດ້.
ເປັນເລື່ອງປົກກະຕິເມື່ອເວົ້າເລື່ອງນີ້, ແຕ່ມັນບໍ່ ປົກກະຕິຍ້ອນຄວາມໃຈແຄບຂອງຄົນ, ການຈັດຕັ້ງ ໃດໜຶ່ງທັງທີ່ຮູ້ຄວາມຜິດພາດ ຄວາມບົກພ່ອງໃນ ການປະພຶດ ປະຕິບັດວຽກງານທີ່ພັກ-ລັດ ມອບໝາຍໃຫ້ໝາຍວ່າ ລືມຄຳວ່າ ຮັບໃຊ້ປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ຍົກເລື່ອງນີ້ຂຶ້ນມາເພື່ອຢາກຊີ້ໃຫ້ເຫັນວ່າ: ຄົນເຮົາ ບໍ່ວ່າຈະໃນຖານະຄອບຄົວ, ການຈັດຕັ້ງພັກ-ລັດ ຫລື ຫົວໜ່ວຍທຸລະກິດບໍລິສັດໃດໜຶ່ງ ການກ້າ ຍອມຮັບຈຸດບົກພ່ອງບໍ່ແມ່ນເລື່ອງທຳມະດາ ເນື່ອງ ຈາກພຶດຕິກຳມະນຸດ ມັກປົກປ້ອງຜົນກະທໍາຂອງ ຕົນ. ແນວໃດກໍດີເມື່ອກ້າຮັບເພື່ອນຳໄປປັບປຸງ ປ່ຽນແປງ ຄວາມປະເສີດເລີດລໍ້າກໍເກີດຂຶ້ນເມື່ອນັ້ນ ເພາະສາມາດ ແກ້ໄຂຄວາມບົກພ່ອງໄດ້ ສະຫລຸບຄື ກ້າຮັບ ກ້າປັບປຸງ ຍ່ອມມີອັນກ້າວໜ້າ ອັນໃໝ່ດີ ຂຶ້ນ.
ຄວາມຈິງແລ້ວໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX, ພວກເຮົາ ໄດ້ຍິນ ສຽງສະທ້ອນບັນຫາຕ່າງໆຢ່າງກົງໄປກົງມາ ແລະ ສ້າງສັນຂອງ ສສຊ ຕໍ່ການພັດທະນາເສດຖະກິດ ສັງ ຄົມຂອງລັດຖະບານໄລຍະ 6 ເດືອນຕົ້ນປີ 2022 ຊຶ່ງການຍົກແຕ່ລະບັນຫາເພື່ອໃຫ້ເກີດການແກ້ໄຂ ເປັນ ຮູບປະທຳຈາກຜູ້ເຮັດວຽກຕົວຈິງທີ່ກ່ຽວຂ້ອງບໍ່ ວ່າຈະເປັນບັນຫາການຄຸ້ມຄອງເງິນຕາ, ການ ແລກປ່ຽນເງິນຕາ, ການຕິດລາຄາສິນຄ້າເປັນເງິນ ກີບ, ການສົ່ງເສີມການຜະລິດພາຍໃນ…ແລະ ນີ້ ເປັນການສະແດງໃຫ້ເຫັນການກ້າຮັບວ່າຍັງມີອັນ ບົກພ່ອງຂ້ອງຄາ ເປັນຈຸດກົກໜ່ວງຖ່ວງດຶງການ ພັດທະນາ ນອກນີ້ ທ່ານນາຍົກເອງກໍເວົ້າວ່າເຮົາ ຕ້ອງກ້າຍອມຮັບຄວາມຈິງ ເພື່ອແກ້ໄຂໃຫ້ໄດ້ສິ່ງທີ່ ດີກວ່າ.
ແນວໃດກໍດີຄວາມບົກພ່ອງເມື່ອຊອກເຫັນ ແລະຮູ້ ທັງກ້າຮັບຄວາມເປັນຈິງແລ້ວກໍຕ້ອງກ້າປັບປຸງ ກ້າ ປ່ຽນແປງໃຫ້ເປັນຮູບປະ ທຳ ທັງພະຍາຍາມບໍ່ໃຫ້ ເກີດຂຶ້ນອີກຖ້າແກ້ໄຂໄດ້ແລ້ວ.
ການຕັດສິນໃຈເຮັດ ແທ້ ບໍ່ມື້ໃດມື້ໜຶ່ງຕ້ອງສຳເລັດ ຍິ່ງຢູ່ໃນສະພາບ ຫຍຸ້ງຍາກດັ່ງທີ່ເປັນຢູ່ຍິ່ງຕ້ອງໄດ້ຕັດສິນໃຈປັບປຸງ, ຖ້າບໍ່ເຮັດຫຍັງມັນຍິ່ງຈະດຶງຈ່ອງກາຍ ເປັນບັນຫາ ແກ້ບໍ່ໄດ້.
ບັນຫາມີໃຫ້ແກ້, ເມື່ອມີບັນຫາກໍບໍ່ຄວນໜີບັນຫາ ສຸດທ້າຍແລ້ວ “ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳ ເລັດຢູ່ບ່ອນນັ້ນ”. ການຕຳໜິຕິຊົມ ຕົນເອງ, ຕິຊົມກັນຢ່າງສ້າງສັນກົງໄປກົງມາ ເປັນ ສ່ວນສຳຄັນຂອງການເຮັດວຽກ ເປັນໝູ່ຄະນະ ຊຶ່ງ ຜ່ານມາເຮັດໄດ້ດີສົມຄວນໂດຍສາມາດເສີມຂະຫ ຍານອັນດີ ແລະ ການແກ້ໄຂອັນບົກພ່ອງໄດ້. ການ ຊອກເຫັນຂອດບົກພ່ອງ ແລ້ວກ້າຮັບ ເພື່ອປັບປຸງ ໃຫ້ດີຂຶ້ນ ເປັນສິ່ງປະເສີດຂອງມະນຸດເພາະມະນຸດ ມີທັງດ້ານດີ ແລະ ບົກພ່ອງ, ແຕ່ຖ້າຈຳກັດອັນ ບົກພ່ອງ ໃຫ້ມີໜ້ອຍທີ່ສຸດ ຖືວ່າດີ.
ທີ່ມາ: ໜັງສືພິມລາວພັດທະນາ