ປູຕິນກ່າວເອີຣົບຄວນຂອບໃຈຜູ້ນຳຕຸຣາກີທີ່ເຄຍເລື່ອງແກັສຈາກຣັດເຊຍສຳເລັດ
ປະທານາທິບໍດີຣັດເຊຍ ແລະຕູຣາເຄຍ ພົບປະກັນ, ສອງຝ່າຍຈະເຊັນບົດບັນທຶກຄວາມເຂົ້າໃຈການຂະຫຍາຍການພົວພັນເສດຖະກິດການຄ້າ
ວັນທີ 8 ສິງຫາ 2022 ຕາມເວລາທ້ອງຖິ່ນ, ທ່ານວຼາດີເມຍ ປູຕິນ ປະທານາທິບໍດີຣັດເຊຍແລະທ່ານເຣເຊັບ ໄຕຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍ ໄດ້ພົບປະຫາລືກັນຢູ່ນະຄອນຊໍຊີຂອງຣັດເຊຍ.
ທ່ານປູຕິນ ກ່າວວ່າ: ຊາວເອີຣົບຄວນຂອບໃຈນຳຕູຣາເຄຍ ເພາະວ່າຕູຣາເຄຍໄດ້ຮັບປະກັນໃຫ້ແກັສ໌ທຳມະຊາດຂອງຣັດເຊຍສາມາດຂົນສົ່ງໄປຮອດປະເທດເອີຣົບຢ່າງບໍ່ຢຸດຢັ້ງ.
ທ່ານປູຕິນ ຍັງກ່າວຕື່ມວ່າ: ຣັດເຊຍ ແລະ ຕູຣາເຄຍຈະລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຂະຫຍາຍການພົວພັນເສດຖະກິດການຄ້າໃນວັນທີ 5 ສິງຫານີ້.
ທ່ານເອີໂດກັນ ກ່າວວ່າ: ຕູຣາເຄຍ ແລະ ຣັດເຊຍຈະຂຽນປະຫວັດສາດໜ້າໃໝ່ດ້ານການຂະຫຍາຍການພົວພັນລະຫວ່າງສອງຝ່າຍ, ຕົນຍິນດີປຶກສາຫາລືສະຖານະການຢູ່ຊີຣີ, ການກໍ່ສ້າງໂຄງການໂຮງໄຟຟ້ານິວເຄຼຍອາຄຸຢຸ ແລະບັນຫາອື່ນໆກັບທ່ານປູຕິນ.
ທີ່ມາ: CRI