ວິທີເປີດປະຕູໂຊກ ເປີດໄຫເງິນໄຫຄຳແບບຖືກຕ້ອງ.

ວິທີເປີດປະຕູໂຊກ ເປີດໄຫເງີນໄຫຄໍາແບບຖືກຕ້ອງ ອະນຸໂມທານ.
ກະທົງໃບຕອງ4ອັນ (ຫ້າມໃຊ້ກະລັບເຟີໜີບ), ເຂົ້າ9ຄໍາແຕ່ລະກະໂທງ(ເກື້ອນໍ້າຕານດຳຫຼືນໍ້າອ້ອຍ)ຕ້ອງຊື້ເອົາຫ້າມເອົາເຂົ້າໃນເຮືອນ
ກ້ວຍ9ຄໍາໃສ່ກຳທົງ ຕັດເປັນຄໍາໃຫ່ຍໆ, ຂັນ5ທຽນເຜີ້ງດອກມະລິ, ກ້ວຍນໍ້າ1ຫວີ, ນໍ້າດື່ມ(ເຢັນເຕັມຈອກ), ນໍ້າຂຽວ(ເຢັນເຕັມຈອກ), ທູບ16ດອກ
ຕັ້ງກະທົງເປັນ4ແຈກ້ວາງໆ ພາຍໃນບໍລິເວນເດີນບ້ານ ແຕ່ຕ້ອງເປັນພື້ນຂີ້ດີນ ເປີດ4ທິດ4ທາງ ວາງກ້ວຍແລະນໍ້າຕາມພາບ ໄຕ້ແສງທຽນຈັບຂັນໄວ້ໃນມືຢ່າຟ້າວວາງ ຈົນກ່ວາຈະເວົ້າຈົບ
ທະໂມຕັດສະ3ຈົບ ສາທຸ3ຈົບ
ຂ້ານ້ອຍ…ບ້ານ…ເມືອງ…ແຂວງ..ວັນເດືອນປີເກີດ…ອາຍຸ….
ມື້ນີ້ເປັນມື້ສັນວັນດີ ມີຈຸດປະສົງຢາກເປີດໂຊກເປີດລາບ ເປີດໄຫເງີນໄຫຄໍາທຸກ4ທິດ4ແຈ ລູກນາງ….ຂໍນິມົນອັນເຊີນແມ່ຍ່ານາງນ້ອຍ(ພະແມ່ທໍລະນີ ທີເປັນໃຫ່ຍໃນຂີ້ດິນ ຫຼືຖ້າແມ່ຢູ່ຊັ້ນພູມໃດ ສະຖານທີແຫ່ງໃດກໍ່ດີ
ລູກຂໍອັນເຊີນແມ່ຍ່ານາງນ້ອຍພຣະອາດພຣະອົງດຽວ ໃຫ້ມາຮັບຈັບໂຈມເອົາ ມື້ນີ້ລູກມີຂັນ5ແສງທຽນ ພາຫວານ…ກ້ວຍ9ຄໍາແລະເຂົ້າ9ຄໍາເກື້ອນໍ້າອ້ອຍ ແລະນໍ້າຫວານນໍ້າດື່ມ ມາຖພຫວາຍໃຫ້ແມ່ຍ່າກີນອື່ມໜໍ່າສໍາລານຂໍຈົ່ງເປີດປະຕູເງີນປະຕູຄໍາໃຫ້ລູກນາງ….ນາງ….ນາງ…..9ຂໍ10ຂໍ ແລະອະທິຖານຂໍໄດ້1ຢ່າງ ໃຫ້ເຫັນທັນຫູດູທັນຕາ
ຫຼັງຈາກນັ້ນວາງຂັນລົງຂີ້ດີນ ໄຕ້ທູບ16ດອກປັກລົງຂີ້ດີນ ອະທິຖານໃຫ້ເພີ່ນຮັບຮູ້ ປັກທູບລົງແລ້ວຫັນຫລັງກັບເລີຍ ປະໄວ້ຫັ້ນຢ່າຟ້າວມ້ຽນ (ຕ້ອງເຮັດກ່ອນ6:30ເຊົ້າ)

Leave a Reply

Your email address will not be published. Required fields are marked *

You cannot copy content of this page