ຫຼັງຈາກ ທ່ານ ນາງແນນຊີ ເພໂລຊີ ປະທານສະພາສະຫະລັດອາເມຣິກາ ໄດ້ເດີນທາງມາຢ້ຽມຢາມໄຕ້ຫວັນ ເມື່ອຕອນຄໍ່າຂອງວັນທີ 2 ສິງຫາ 2022 ທີ່ຜ່ານມານີ້ ເຊິ່ງໄດ້ສ້າງຄວາມບໍ່ພໍໃຈໃຫ້ລັດຖະບານຈີນເປັນຢ່າງສູງ. ຫຼ້າສຸດໃນວັນທີ 5 ສິງຫາ 2022 ກະຊວງ ການຕ່າງປະເທດຈີນ ໄດ້ປະກາດ 8 ມາດຕະການ ເພື່ອຕອບໂຕ້ ແລະ ສະແດງຄວາມບໍ່ພໍໃຈ ຕໍ່ສະຫະລັດ ອາເມຣິກາ ເຊິ່ງມີດັ່ງນີ້:
1.ຍົກເລີກແຜນການໂອ້ລົມ ລະຫວ່າງຜູ້ນຳເຂດສູ້ຮົບຂອງສອງກອງທັບຈີນ ແລະ ສະຫະລັດອາເມຣິກາ.
2.ຍົກເລີກການເຈລະຈາ ປະສານງານເລື່ອງນະໂຍບາຍຄວາມໝັ້ນຄົງ ຈີນ ແລະ ສະຫະລັດອາເມຣິກາ.
3.ຍົກເລີກກອງປະຊຸມກົນໄກປຶກສາຫາລືຄວາມໝັ້ນຄົງດ້ານການທະຫານທາງທະເລຈີນ ແລະ ສະຫະລັດອາເມຣິກາ.
4.ໂຈະການຮ່ວມມືນຳສົ່ງຜູ້ຍົກຍ້າຍຖິ່ນຖານທີ່ຜິດກົດໝາຍລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາຊົ່ວຄາວ.
5.ໂຈະການຮ່ວມມືກ່ຽວກັບການຊ່ວຍເຫຼືອກົດໝາຍ ທາງອາຍາລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາ ຊົ່ວຄາວ.
6.ໂຈະການຮ່ວມມືເພື່ອຕໍ່ຕ້ານການກໍ່ອາຊະຍາກຳຂ້າມຊາດລະຫວ່າງຈີນ ແລະ ສະຫະລັດອາເມຣິກາ ຊົ່ວຄາວ.
7.ໂຈະການຮ່ວມມືການປາບປາມຢາເສບຕິດລະຫວ່າງປະເທດ ຈີນ ແລະ ສະຫະລັດອາເມຣິກາ ຊົ່ວຄາວ.
8.ໂຈະການປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາ ຊົ່ວຄາວ.
ເທື່ອນີ້ຖືເປັນການຕອບໂຕ້ຕໍ່ ສະຫະລັດອາເມຣິກາ ເທື່ອທຳອິດຂອງຈີນ ຫຼັງຈາກທີ່ ທ່ານ ນາງ ແນນຊີ ເພໂລຊີ ໄດ້ເດີນທາງມາຢຽບແຜ່ນດິນໄຕ້ຫວັນ. ໂດຍກ່ອນໜ້ານີ້ ຈີນໄດ້ຕອບໂຕ້ໄຕ້ຫວັນດ້ວຍການ ຈັດການຊ້ອມຮົບຄັ້ງໃຫຍ່ ບໍລິເວນອ້ອມຮອບ ເກາະໄຕ້ຫວັນ ແລະ ຂວໍ້າບາດທາງເສດຖະກິດຂອງໄຕ້ຫວັນ ໂດຍການ ໂຈະການນຳເຂົ້າສິນຄ້າຫຼາຍລາຍການຈາກໄຕ້ຫວັນ.
ທີ່ມາ: Lao X