5 ວິທີແກ້ອາການເມົາລົດ ເດີນທາງໄກຫາຍຫວ່ງ.
ສຳຫຼັບບາງຄົນບໍ່ວ່າຈະໄກ ຫຼື ໄກ້ ກໍນ່າຈະເຄີຍພົບກັບອາການເມົາລົດ ເມົາເຮືອ ເມົາຍົນ ອາເຮັດໃຫ້ເປັນປັນຫາໜັກໃຈກັບຜູ້ທີ່ຕ້ອງການເດີນທາງໄປໃສມາໃສເປັນປະຈຳ ສົ່ງຜົນເຮັດຫ້ຮູ້ສຶກວິນຫົວ, ປຸ້ນທ້ອງ ຫຼື ຮາກ ແຕ່ອາການດັ່ງກ່າວສາມາດບັນເທົາ ແລະ ປ້ອງກັນໄດ້ ມື້ນີ້ເຮົາມີວິທີທີ່ຈະຊ່ວຍແກ້ອາການເມົາລົດມາຝາກ.
• ກິນຢາແກ້ເມົາລົດກ່ອນຂຶ້ນລົດກ່ອນອອກເດີນທາງ ປະມານກ່ອນເຄິ່ງຊົ່ວໂມງຈະຊ່ວຍໄດ້ດີຫຼາຍ ແຕ່ຢາຈະມີລິດເຮັດໃຫ້ງ່ວງນອນ
• ຫາກນັ່ງ ຄວນເລືອກນັ່ງທາງໜ້າ ສ່ວນການໂດຍສານເຮືອ ຫຼື ຍົນກໍຄວນເລືອກນັ່ງທາງກາງເຄິ່ງ ເພື່ອລົດແຮງຫວ່ຽງ ຫຼື ການໂຄ້ງຂອງຍານພາຫະນະ
• ຢືດເສັ້ນຢືດສາຍ ຢຸດຈອດລົດຕາມຈຸດພັກລະຫວ່າງທາງ ເພື່ອຜ່ອນຄາຍ ພັກດື່ມນໍ້າ ເພື່ອຊ່ວຍໃຫ້ເລືອດລົມໄຫຼວຽກສະດວກຂຶ້ນ
• ຫຼີກລ່ຽງການອ່ານໜັງສື ຫຼື ໃຊ້ອຸປະກອນເອເລັກໂທນິກທຸກຊະນິດລະຫວ່າງເດີນທາງ
• ກ່ອນເດີນທາງຄວນຫຼີກລ່ຽງການຮັບປະທານອາຫານໂດຍສະເພາະອາຫານທີ່ມີລົດເຜັດ, ອາຫານມັນ ເພາະຈະເຮັດໃຫ້ຮູ້ສຶກປຸ້ນທ້ອງຫຼາຍຂຶ້ນ ຄວນຮັບປະທານອາຫານອີ່ມແຕ່ພໍດີ
ສຳຫຼັບຄົນທີ່ມີອາການເມົາລົດ, ເມົາເຮືອ, ເມົາຍົນ ຢ່າລືມນຳເຄັດລັບເລົ່ານີ້ໄປປັບໃຊ້ເບິ່ງເດີ.