ລາຄານໍ້າມັນດິບຫຼຸດລົງ ຕົກຢູ່ໃນລະດັບຕ່ຳສຸດນັບແຕ່ເກີດການຂັດແຍ້ງຣັດເຊຍ-ຢູເຄຼນ.
ລາຄານໍ້າມັນດິບ West Texas ແລະ Brent ປັບຕົວລົດລົງ ຕົກຢູ່ໃນລະດັບຕໍ່າສຸດນັບຕັ້ງແຕ່ເກີດຄວາມຂັດແຍ້ງວະຫວ່າງຣັດເຊຍ-ຢູເຄຼນ
ວັນທີ່ 5 ສິງຫາ 2022 ໜ່ວຍວິເຄາະສະຖານະການລາຄານໍ້າມັນ ບໍລິສັດໄທອອນລາຍ ລະບຸວ່າ ລາຄານໍ້າມັນດິບ West Texas ແລະ Brent ປັບຕົວລົດລົງ ຈາກຄາດການຄວາມຕຈ້ອງການໃຊ້ນໍ້າມັນທີ່ົລົດລົງ ເຊິ່ງເປັນຜົນມາຈາກຄວາມກັງວົນຕໍ່ພາວະເສດຖະກິດຖົດຖອຍທີ່ມີໂອກາດຈະເກີດຂຶ້ນໃນຊ່ວງທ້າຍປີນີ້ ໂດຍສະເພາະໃນສະຫະລັດ ແລະ ໃນທະວີບເອີຣົບ ລວມເຖິງພາວະໜີ້ສິນຂອງປະເທດຕະຫຼາດເກີດໃໝ່ຕ່າງໆ ແລະ ການຄວບຄຸມການແຜ່ລະບາດຂອງໂຄວິດ-19 ໃນປະເທດຈີນ ເຊິ່ງເປັນແະເທດທີ່ມີການນຳເຂົ້ານໍ້າມັນຫຼາຍທີ່ສຸດໃນໂລກ
ໂດຍລາຄານໍ້າມັນ West Texas ຊື້ຂາຍເມື່ອ 4 ສິງຫາ ຢູ່ທີ່ 88.54 ຫຼຽນສະຫະລັດຕໍ່ບາເຣນ ລົດລົງ 2.12 ຫຼຽສະຫະລັດ ແລະ ລາຄານໍ້າມັນ Brent ຢູ່ທີ່ 94.12 ຫຼຽນສະຫະລັດຕໍ່ບາເຣນ ລົດລົງ 2.66 ຫຼຽນສະຫະລັດ
ສຳນັກງານສານສົນເທດດ້ານການພະລັງງານຂອງສະຫະລັດ (EIA) ລາຍງານປະລິມານນໍ້າມັນດິບ ແລະ ນໍ້າມັນເບນຊິນຄົງ ຄັງສະຫະລັດປັບເພີ່ມຂຶ້ນຫຼາຍກວ່າທີ່ນັກວິເຄາະ ເນື່ອງຈາກຄວາມຕ້ອງການໃຊ້ນໍ້າມັນທີ່ຊະລໍຕົວລົງ
ຊາອຸດີອາຣະເບຍ ແລະ ສະຫະລັດອາຫຼັບເອມິເຣສ ເຊິ່ງເປັນປະເທດຜູ້ນຳໃນກຸ່ມໂອເປກມີຄວາມພ້ອມທີ່ຈະປັບເພີ່ມກຳລັງຫານຜະລິດຫາກເກີດວິກິດໃນກໍລະນີທີ່ອຸທານນໍ້າມັນດິບບໍ່ພຽງພໍໃນຊ່ວງທ້າຍປີນີ້ ຫຼັງຈາກທີ່ກຸ່ມປະເທດຜູ້ສົ່ງອອກນໍ້າມັນ ແລະ ປະເທດພັນທະມິດ(OPEC+) ມີມິຕິເພີ່ມກຳລັງການຜະລິດພຽງ 100,000 ບາເຣນຕໍ່ວັນເມື່ອວັນພຸດທີ່ຜ່ານມາ.