5 ໝາກໄມ້ບຳລຸງເສັ້ນຜົມໃຫ້ແຂງແຮງ.

5 ໝາກໄມ້ບຳລຸງເສັ້ນຜົມໃຫ້ແຂງແຮງ.


ຜູ້ຍິງຫຼາຍຄົນສ່ວນໃຫຍ່ຈະເນັ້ນການບຳລຸງຜິວໜ້າ ແລະ ຜິວກາຍ ຈົນລືມໄປວ່າ ການມີສຸຂະພາບເສັ້ນຜົມທີ່ດີກໍຊ່ວຍເສີມສ້າງບຸກຄະລິກກະພາບໃຫ້ດີອີກດ້ວຍເຊັ່ນກັນ ເຊິ່ງການຈຳມີເສັ້ນຜົມທີ່ສວຍງາມນັ້ນ ກໍຂຶ້ນຢູ່ກັບການເບິ່ງແຍງສຸຂະພາບ ລວມເຖິງອາຫານທີ່ເລືອກຮັບປະມານອີກດ້ວຍ ມື້ນີ້ເຮົາຂໍແນະນຳໝາກໄມ້ທີ່ບຳລຸງເສັ້ນຜົມຂອງຜູ້ຍິງທັງຫຼາຍ ໃຫ້ແຂງແຮງ ແລະ ສຸຂະພາບດີມາຝາກ.


• ໝາກກ້ວຍ ສັບພະຄຸນຂອງກ້ວຍນອກຈາກຈະບຳລຸງຜິວແລ້ວ ກ້ວຍຍັງອຸດົມໄປດ້ວຍວິຕາມິນບີ 6 ແລະ ມີເຊລິກ່າ ຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງ ປ້ອງກັນການຂາດ ຫຼົ່ນຂອງເສັ້ນຜົມ ໄດ້ເປັນຢ່າງດີ
• ໝາກກ້ຽງ ເປັນແຫຼ່ງວິຕາມິນຊີ ຊ່ວຍໃນການສ້າງຄອນລາເຈນ ເຊິ່ງຈຳເປັນໃນການຈະເລີນຂອງຮາກຜົມ ແລະ ຍັງຊ່ວຍໃນການຕ້ານອານຸມູນອິດສະຫຼະ ລົດຄວາມເສື່ອມທີ່ເກີດຈາກອາຍຸອີກດ້ວຍ
• ອະໂວຄາໂດ່ ມີປະໂຫຍດໃນການບຳລຸງເສັ້ນຜົມ ແລະ ຜິວພັນ ອຸດົມໄປດ້ວຍວິຕາມິນ ເອ ດີ ແລະ ອີ ພ້ອມທັງແຮ່ທາດຕ່າງໆ ເຊັ່ນ ໂປແຕສຊ່ຽມ ຊັນເຟີ ເຊິ່ງມີສັບພະຄຸນໃນເລື່ອງການບຸງລຸງເສັ້ນຜົມໃຫ້ເງົາງາມ ແລະ ບຳລຸງຜົມແຫ້ງໃຫ້ກັບມາເງົາງາມ ແລະ ສຸຂະພາບດີ ໂດໃຊ້ເນື້ອອະໂວຄາໂດ່ໝັກຜົມ
• ໝາກໂປ່ມ ມີໄຟເບີ່ ສານແອນຕີ່ອອກຊິແດນ ແລະ ວິຕາມິນ ຊ່ວຍໃຫ້ຜົມແຂງແຮງ ແລະ ວິຕາມິນອື່ນໆ ມີ່ຊ່ວຍບຳລຸງໜັງຫົວ ແລະ ເສັ້ນຜົມ ຊ່ວຍລົດອາການຜົມລົ່ນໄດ້
• ສະຕໍເບີລີ່ ວິຕາມິນຊີຫຼາຍ ຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງເງົາງາມ ລົດອາການເກີດລັງແຄໄດ້ດີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page