ເຊເລັນສະກີສຽງແຂງ! ຂູ່ລົ້ມໂຕະເຈລະຈາຣັດເຊຍ.

ເຊເລັນສະກີສຽງແຂງ! ຂູ່ລົ້ມໂຕະເຈລະຈາຣັດເຊຍ ຖ້າມອສໂກເຮັດການລົງປະຊາມະຕິໃນດິນແດນຍຶດຄອງ.


ເຊເລັນສະກີ ປະທານາທິບໍດີຢູເຄຼນ ໃນວັນອາທິດ (7 ສິງຫາ) ລະບຸຫາກຣັດເຊຍເດີນໜ້າເຮັດປະຊາມະຕິໃນພື້ນທີ່ຍຶດຄອງໃນປະເທດຂອງເຂົາ ໃນປະເດັນກ່ຽວກັບການເຂົ້າເປັນສ່ວນໜຶ່ງຂອງດິນແດນເມື່ອນັ້ນຄຽຟ ແລະ ພັນທະມິດນານາຊາດຈະບໍ່ເຈລະຈາກັບມອສໂກອີກຕໍ່ໄປ

ກອງກຳລັງຣັດເຊຍ ແລະ ກົດແບ່ງແຍກດິນແດນຝັກໃຝ່ມອສໂກ ເວລານີ້ຍຶດຄອງດິນແດນອັນກວ້າງຂວາງໃນພາກພື້ນດອນບາສ ທາງຕາເວັນອອກຂອງຢູເຄຼນ ແລະ ໃນພື້ນທີ່ຕ່າງໆ ທາງພາກໃຕ້ ຫຼັງຈາກເປີດສາກສິ່ງທີ່ເຄຣມລິນເອິ້ນວ່າ “ປະຕິບັດການພິເສດດ້ານການທະຫານ” ຍົກພົນທະຫານເຂົ້າສູ່ດິນແດນຂອງປະເທດເພື່ອນບ້ານໃນຊາວງຕົ້ນເດືອນກຸມພາເຈົ້າໜ້າທີ່ໃນທັງ 2 ພື້ນທີ່ຍິບຍົກຄວາມເປັນໄປໄດ້ຂອງການລົງປະຊາມະຕິ ເຂົ້າຮ່ວມເປັນສ່ວນໜຶ່ງຂອງຣັດເຊຍ

ໃນການປະລາໄຊຜ່ານວີດີໂອຊ່ວງຄໍ່າ ເຊເລັນສະກີ ບອກວ່າ ຄຽຟ ຍຶດໝັ້ນໃນຈຸດບໍ່ຍອມອ່ອນຂໍ້ເສຍດິນແດນໃດໆ ໃຫ້ແກ່ຣັດເຊຍ “ຈຸດຍືນຂອງປະເທດຂອງເຮົາຍັງເປັນໃນສິ່ງເປັນມາສະເໝີ ເຮົາຈະບໍ່ຍອມສະຫຼະໃນສິ່ງທີ່ເປັນຂອງເຮົາ”

“ຖ້າພວກຜູ້ຮຸກຮານເດີນໜ້າຕາມເສັ້ນທາງລົງນາມປະຊາມະຕິຈອມປອມ ພວກເຂົາຈະປິດຕາຍຕົວເອງຈາກໂອກາດເຈລະຈາໃດໆ ກັບຢູເຄຼນ ແລະ ໂລກເສລີ ເຊິ່ງຊັດເຈນວ່າຣັດເຊຍຈະເປັນຝ່າຍຕ້ອງການໃນຊ່ວງເວລາໃດເວລາໜຶ່ງ” ເຂົາກ່າວ

ເຈົ້າໜ້າທີ່ຣັດເຊຍ ແລະ ຢູເຄຼນເປີດເຈລະຈາກັນມາແລ້ວຫຼາຍຮອບ ບໍ່ດົນຫຼັງຈາກກອງກຳລັງຣັດເຊຍເປີດສາກຮຸກຮານຢູເຄຼນໃນຊ່ວງຕົ້ນເດືອນກຸມພາ ແນວໃດກໍຕາມມັນມີຄວາມຄືຍໜ້າພຽງເລັກນ້ອຍ ແລະ ບໍ່ເກີດຂຶ້ນອີກເລີຍນັບຕັ້ງແຕ່ຊ່ວງທ້າຍເດືອນມີນາ ໂດຍທັງສອງຕ່າງຝ່າຍຕ່າງກ່າວໂທດກັນ ໄປມາກ່ຽວກັບການຕິດຕໍ່ປະສານວຽກງານທີ່ຢຸດຊະງັກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page