ໄບເດັນຕົກໃຈ! ຊາວມຸສລິມ 4 ຄົນຖືກຂ້າຕາຍໃນສະຫະລັດ ຕຳຫຼວດສົງໃສວ່າອາດເຊື່ອມໂຍງກັນ.
ປະທານາທິບໍດີ ໂຈ ໄບເດັນ ແຫ່ງສະຫະລັດ ເມື່ອວັນອາທິດ (7 ສິງຫາ) ຮູ້ສຶກເສຍໃຈຢ່າງສຸດຊຶ້ງມີເຫດຊາຍຊາວມຸສລິມ 4 ຄົນ ຖືກສັງຫານໃນຣັດນິວເມັກຊິໂກ ໃນເຫດການທີ່ຕຳຫຼວດສັນນິຖານວ່າ ອາດຈະມີຄວາມເຊື່ອມໂຍງກັນ
“ຂ້ອຍທັງໃຈຮ້າຍ ແລະ ເສົ້າກັບເຫດການສັງຫານອັນເປັນຕາຢ້ານຂອງຊາຍຊາວມຸສລິມ 4 ຄົນໃນອັນບູເຄີດີ” ປະທານາທິບໍດີ ສະຫະລັດ ຂຽນໃນທະວິດເຕີ່ “ໃນຂະນະທີ່ເຮົາກຳລັງຖ້າຜົນການສືບສວນຢ່າງສົມບູນ ຂ້ອຍຂໍສວດມົນພາວະນາໃຫ້ຄອບຄົວຜູ້ເສຍຊີວິດ ແລະ ລັດຖະບານຂອງຂ້ອຍຍືນຫຍັດຢ່າງໜັກແໜ່ນ ຄຽງຂ້າງຊຸມຊົນຊາວມຸສລິມ ການໂຈມຕີດ້ວຍຄວາມກຽດຊັງເຫຼົ່ານີ້ ບໍ່ມີທີ່ວ່າງໃນອາເມລິກາ”
ຕຳຫຼວດໃນອັນບູເຄີດີ ເມືອງໃຫຍ່ທີ່ສຸດຂອງລັດນິວເມັກຊິໂກ ລະບຸໃນວັນເສົາ (6 ສິງຫາ) ວ່າພວກເຂົາກຳລັງສືບສວນເຫດຄາດຕະກຳຊາວມຸສລິມ 3 ຄົນ ທີ່ເວລານີ້ພວກເຂົາສົງໃສວ່າອາດມີຄວາມກ່ຽວຂ້ອງກັບເຫດການຄາດຕະກຳຊາວມຸສລິມອີກຄົນເມື່ອປີກ່ອນ
ກົມຕຳຫຼວດອັນບູເຄີດີ ລະບຸໃນຖ້ອຍຖະແຫຼງວ່າ ພວກເຂົາພົບເຫຍື່ອລາຍລ່າສຸດເມື່ອຄືນວັນສຸກ (5 ສິງຫາ) ໂດຍຮ່າງບໍ່ມີວິນຍານຂອງຊາຍຄົນນີ້ຖືກພົບໃກ້ໆ ກັບສຳນັກງານບໍລິການຄອບຄົວແຫ່ງໜຶ່ງຂອງນິກາຍລູເທີແຣນ ເຊິ່ງໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອົບພະຍົບ
ພວກເຈົ້າໜ້າທີ່ບໍ່ໄດ້ລະບຸຕົວຕົນຊາຍດັ່ງກ່າວ ແຕ່ບອກວ່າເຂົາມີອາຍຸ 20 ປີກາງໆ ເປັນຊາວມຸສລິມ ແລະ ມີຕົ້ນກຳເນີດມາຈາກອາຊີໃຕ້ “ທີມສືບສວນເຊື່ອວ່າເຫດການຄາດຕະກຳໃນມື້ວັນສຸກ (5 ສິງຫາ) ອາດເຊື່ອມໂຍງກັບເຫດການຄາດຕະກຳຊາວມຸສລິມ 3 ຄົນເມື່ອບໍ່ດົນມານີ້ ທີ່ມາຈາກອາຊີໃຕ້ເຊັ່ນກັນ” ຖ້ອຍຖະ ແຫຼງລະບຸ.