ຄວນອ່ານ! ຂໍ້ຜິດພາດອັນຍິ່ງໃຫຍ່ທີ່ເຮົາຄວນຈະຫຼີກລ່ຽງ

ການເຮັດຜິດພາດເປັນເລື່ອງຍາກທີ່ຈະຫຼີກລ່ຽງແລະການເຮັດຜິດພາດກໍບໍ່ແມ່ນເລື່ອງໃຫຍ່ທີ່ຈະເຮັດໃຫ້ຊີວິດຂອງເຮົາພັງທະລາຍ ໃຜໆກໍເຄີຍຜິດພາດກັນທັງນັ້ນແລະການຮຽນຮູ້ຈາກຄວາມຜິດພາດກໍເຮັດໃຫ້ເຮົາແຂງແກ່ງຂື້ນ

ແຕ່ບາງສິ່ງບາງຢ່າງກໍບໍ່ຄວນທີ່ຈະພາດ ເພາະສິ່ງເຫຼົ່ານັ້ນອາດຈະເຮັດໃຫ້ເຮົາເຈັບໜັກເົອາໄດ້ງ່າຍໆ ມື້ນີ້ແອດຈະມາບອກຄວາມຜິດພາດອັນໃດແດ່ທີ່ເຮົາຄວນລະວັງແລະຫຼີກລ່ຽງບໍ່ໃຫ້ມັນເກີດຂື້ນຈະເປັນການດີທີ່ສຸດ.


1.ໃຊ້ເວລາຮ່ວມກັບຄົນເກັ່ງໜ້ອຍເກີນໄປ: ການໃຊ້ເວລາຮ່ວມກັບຄົນນິໃສບໍ່ດີນັ້ນເປັນສິ່ງທີ່ຄວນຫຼີກລ່ຽງຢູ່ແລ້ວ ເພາະພວກເຂົາຈະດືງເຮົາລົງໄປ ບໍ່ຍອມໃຫ້ເຮົາເຕີບໂຕກ້າວໜ້າແລະເຮັດໃຫ້ເຮົາຄິດແຕ່ເລື່ອງລາວບໍ່ດີ ໃນທາງກັບກັນການໃຊ້ເວລາຮ່ວມກັບຄົນທີ່ເໝາະສົມລືຄົນທີ່ຊ່ວຍພັດທະນາເຮົາຈື່ງເປັນສິ່ງຈຳເປັນ ເພາະດັ່ງນັ້ນແລ້ວຖ້າເຮົາພົບຄົນທີ່ເໝາະສົມ ທີ່ຈະຊ່ວຍໃຫ້ເຮົາພັດທະນາຕົນເອງແລ້ວກໍຈົ່ງໃຊ້ເວລາຮ່ວມກັບເຂົາໃຫ້ຫຼາຍໆຢ່າພາດໂດຍການປະຄົນເຫຼົ່ານີ້


2.ບໍ່ຍອມເວົ້າໃນສິ່ງທີ່ເຮົາຢາກເວົ້າ: ເປັນເລື່ອງປົກກະຕິມທີ່ເຮົາຢາກເວົ້າຫຍັງ ແຕ່ຄົນອື່່ນບໍ່ຢາກຈະໄດ້ຍິນມັນ ເຊິ່ງຖ້າມັນເປັນເລື່ອງສຳຄັນສຳລັບເຮົາແລ້ວ ມັນຄົງຈະພາດຫຼາຍຖ້າເຮົາບໍ່ຍອມເວົ້າມັນອອກມາ ຢ່າຢ້ານທີ່ຈະສະແດງອອກໃນສິ່ງທີ່ເຮົາເຊື່ອ ສິ່ງທີ່ເຮົາຕ້ອງການບໍ່ດັ່ງນັ້ນເຮົາອາດຈະຕ້ອງເສຍໃຈໄປອີກດົນ.


3.ບໍ່ຍອມເຮັດຕາມເປົ້າໝາຍທີ່ມີຄຸນຄ່າສຳລັບເຮົາ: ເຊິ່ງອາດຈະເປັນຄວາມຜິດພາດທີ່ຍິ່ງໃຫຍ່ທີ່ສຸດ ເຮົາຮູ້ວ່າຄວນເຮັດຫຍັງບາງຢ່າງແຕ່ເຮົາກັບບໍ່ຍອມເຮັດ ເຮົາຕັງໃຈຈະເຮັດ ວາງແຜນມັນໄວ້ຢ່າງດີ ເຮົາມີຄວາມໝຸ່ງໝັ້ນ ແຕ່ສຸດທ້າຍເຮົາກໍບໍເຮັດຢູ່ດີ.

ຢ່າເຮັດພາດແບບນີເພາະມັນຈະເຮັດໃຫ້ເຮົາຕ້ອງເສຍໃຈທີຫຼັງ ແຕ່ມັນກໍມີວິທີຊ່ວຍເຮົາໄດ້ ອາດຈະລອງຂຽນເປົ້າໝາຍຂອງເຮົາໄວ້ກ່ອນໃນຕອນກາງຄືນ ພໍຕື່ນເຊົ້າມາເຮົາກໍເຮັດສິ່ງເຫຼົ່ານັ້ນເລີຍ ຢ່າຖ້າຈົນບໍ່ໄດ້ເຮັດຫຍັງ ແຕ່ວິທີນີ້ກໍອາດຈະບໍ່ໄດ້ຜົນກັບທຸກຄົນ ເຮົາສາມາດຫາວິທີທີ່ມັນຊ່ວຍເຮົາໄດ້ແທ້ແລະປະສິດທິພາບທີ່ສຸດຈົ່ງຈື່ໄວ້ວ່າບໍ່ຫຍັງໂຫດຮ້າຍໄປກວ່າຄວາມຝັນທີ່ບໍ່ມີມື້ເປັນຈິງເພາະເຮົາບໍ່ຍອມເຮັດຫຍັງເລີຍ.


4.ຍອມໃຫ້ຄົນອື່ນມາກຳນົດໂຊກຊະຕາຂອງເຮົາ: ເຮົາມັກຈະປະເຊີນໜ້າກັບຄວາມຄາດຫວັງຂອງຄົນອື່ນຢູ່ສະເໜີ ມັນເຮັດໃຫ້ເຮຕົາກົດດັນແລະຖຶກບົງການຈາກຄົນອື່ນຫຼາຍເກີນໄປ ເຮົາຕ້ອງກ້າທີ່ຈະປະເຊີນໜ້າກັບຄວາມຢ້ານກົວ ທີ່ວ່າຄົນອື່ນຈະບໍ່ເຫັນພ້ອມເຮົາ ຄວາມຢ້ານກົວວ່າເຮົາຈະບໍ່ໄດ້ຮັບອານຸຍາດໃນສິ່ງທີ່ເຮົາຢາກເຮັດ ເຮົາຕ້ອງກຳໜົດຊີວິດແລະເສັ້ນທາງເດີນຂອງຕົນເອງໃຫ້ໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page