ໂກຍເງີນ! ຣັດເຊຍຂື້ນເປັນປະເທດສົ່ງອອກນ້ຳມັນໄປອິນເດຍຫຼາຍທີ່ສຸດອັນດັບ2
ຣັດເຊຍສົ່ງອອກນ້ຳມັນໄປອິນເດຍເພີ່ມຂື້ນຈຳນວນຫຼາຍແລະໃນເດືອນມີຖຸນາແຊງນ້າ ຊາອຸດີອາຣະເບຍ ກາຍເປັນຜູ້ຈັດຫາການສະໜອງລາຍໃຫຍ່ທີ່ສຸດອັນດັບ2 ຂອງອາຊີໃຕ້ແຫ່ງນີ້ເປັນທີ່ຮຽບຮ້ອຍແລ້ວ ຕາມລາຍງານຂອງນັກຂ່າວໂດຍອີຣັກຍັງຄົງເປັນແຫຼ່ງນ້ຳມັນດິບຫຼາຍເລກ1ຂອງອິນເດຍ.
ອິນເດຍຜູ້ບໍລິໂພກນ້ຳມັນດິບລາຍໃຫຍ່ທີ່ສຸດປະເທດໜື່ງຂອງໂລກນຳເຂົ້ານ້ຳມັນດິບຈາກຣັດເຊຍເພີ່ມຂື້ນເຖິງ 10ເທົ່າ ນັບຕັ້ບງແຕ່ເດືອນມີນາຄົມສືບເນື່ອງຈາກການປັບຫຼຸດລາຄາຂອງນ້ຳມັນຣັດເຊຍໃນເດືອນພຶດສະພາ
ນ້ຳມັນດິບຈາກຣັດເຊຍຖຶກກວ່ານ້ຳມັນດິບຂອງຊາອຸອາລະເບຍເກືອບ 19ໂດລາຕໍ່ແມັດກ້ອນ ກ່ອນໃນເດືອນມີຖຸນາ ຄວາມຕ່າງຈະແຄບລົງມາເຫຼືອເກືອບ 13ໂດລາຕໍ່ແມດກ້ອນ “ໂຮງກັ່ນຕ່າງໆຂອງອິນເດຍກຳລັງດືງນ້ຳມັນດິບລາຄາຖືກທີ່ສຸດເທົ່າທີ່ຈະເປັນໄປໄດ້ ທີເໝາະສົມກັບໂຮງກັ່ນແລະລະບົບການຈັດການຜະລິດຂອງພວກເຂົາ” ຈາກການກ່າວຂອງບໍລິສັດທີ່ປຶກສາທາງພະລັງງານ.