ເຮົາຢູ່ໃນຍຸກສະໄມທີ່ຂໍ້ມູນຂ່າວສານຢູ່ໃກ້ຕົວ ຂໍ້ມູນຂ່າວສານດີໆຊ່ວຍແນະນຳໃຫ້ເຮົາປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ໄດ້ງ່າຍຂື້ນ ລວມເຖິງຊ່ວຍສ້າງແຮງບັນດານໃຈໄດ້ເຊັ່ນກັນ
ແຕ່ໃນທາງກົງກັນຂ້າມການເຂົ້າເຖິງຂໍ້ມູນໄດ້ງ່າຍຂື້ນ ບາງເທື່ຶຶອກໍລົບກວນສະມາທິເຮົາເມື່ອຕ້ອງຈົດຈໍ່ຢູ່ກັບວຽກງານ ພຽງແຕ່ການເຮັດວຽກຕາມເປົ້າໝາຍແລະສ້າງການປ່ຽນແປງໃໝ່ໆ ກໍເປັນເລື່ອງທີ່ຍາກຢູ່ແລ້ວ ເພາະເຮົາຕ້ອງອາໄສແຮງບັນດານໃຈທີ່ຕໍ່ເນື່ອງແລະຈຳນວນມະຫາສານທີ່ຈະຊ່ວຜັກດັນໃຫ້ເຮົາໄປຮອດເປົ້າໝາຍແລະ 7ວິທີດັ່ງລຸ່ມນີ້ຈະຊ່ວຍເພີ່ມກຳລັງໃຈໃນການເຮັດວຽກໄດ້ຫຼາຍຂື້ນ.
1.ຕັ້ງເປົ້າມາຍໃຫ້ຊັດເຈນ:ຄວາມສຳເລັດຈະເລີ່ມເກີດຂືນໄດ້ນັ້ນຕ້ອງມີແຜນການເຮັດວຽກທີ່ຊັດເຈນ ເຊິ່ງແຜນການເຮັດວຽກນັ້ນຈະເກີຈໍຂືນໄດ້ກໍຕ້ອງມີເປົ້າໝາຍທີ່ວາງໄວ້ ເປົ້າໝາຍຄືເຫດຜົນທີ່ເຮົາຂະຍຂ່າງເຂົ້າເສັ້ນທາງນີ້ ດັ່ງນັ້ນຕ້ອງຊັດເຈນແລະເຮັດໄດ້ແທ້ແລະມີການກຳນົດໄລຍະເວລາໄວ້ແນ່ນອນ.
2.ຂຽນແຜນການລ່ວງໜ້າກ່ອນນອນ: ນອກຈາກການວາງເປົ້າໝາຍໃຫ້ຊັດເຈນແລ້ວ ການຈັດສັນແຜນການສ່ວນຕ່າງໆ ໃຫ້ຊັດເຈນກໍເປັນເລື່ອງສຳຄັນເຊັ່ນກັນ ເຮົາຄວນໃຊ້ເວລາກ່ອນນອນຈັກໜ້ອຍໜື່ງໃນການວາງແຜນການຂອງມື້ຕໍ່ໄປໂດຍຮຽງລຳດັບໃນຄວາມສຳຄັນຂອງເລື່ອງຕ່າງໆ
3.ນອນຫຼັບໃນພຽງພໍສາເຫດຫຼັກໆ: ອີກຢ່າງໜື່ງສາເຫດທີ່ເຮັດໃຫ້ເຮົາຂາດແຮງຈູງໃຈນັ້ນກໍຄື ການນອນຫຼັບພັກຜ່ອນບໍ່ພຽງພໍ ເວລາຂອງການນອນນັ້ນແຕກຕ່າງກັນຕາມຄວາມຕ້ອງການຂອງແຕ່ລະຄົນ ລອງສັງເກດວ່າຮ່າງກາຍເຮົານັ້ນນອນຈັກຊົ່ວໂມງຫຼືນອນຕອນໃດ ເຮົາຈື່ງຈະຕື່ນມາຢ່າງສົດຊື່ນແລະມີປະສິດທິພາບໃນການເຮັດວຽດໝົດມື້້.
4.ມີເວລາສຳລັບຕົນເອງໃນຕອນເຊົ້າ: ເທັກໂນໂລຢີ ເຮັດໜ້າທີ່ຊ່ວຍໃຫ້ເຮົາສ້າງສັນຄວາມສຳເລັດໃນຊີວິດໃນຢ່າງມະຫັດສະຈັນກໍຈິງ ແຕ່ບາງຄັ້ງກໍຕ້ອງວາງມັນລົງໃນຕອນເຊົ້າຄວນເປັນເວລາຂອງເຮົາ ຄວນຫ່າງໄກອຸປະກອນເທັກໂນໂລຊິຕ່າງໆ ເພື່ອຈະສະສາງຮວບຮວມຄວາມຄິດ.
5.ຫຼີກລ່ຽງສິ່ງລົບກວນຈິດໃຈ: ນອກຈາກເທັກໂນໂລຊີແລະອິນເຕີເນັດແລ້ວ ເພື່ອທີ່ຈະສ້າງແຮງຈູງໃຈໃນການເຮັດວຽກນັ້ນ ເຮົາຕ້ອງຫຼີກລ່ຍງສິ່ງລົບກວນຈິດໃຈເຊັ່ນ: ຫຼີກລ່ຽງຄົນທີ່ຄິດໃນແງ່ລົບເພາສະຄຳເວົ້າຫືການກະທຳແງ່ລົບຂອງພວກເຂົາມີແຕ່ຈະສົ່ງຜົນເສຍກັບຄວາມເຊື່ອໝັ້ນໃນຕົນເອງຂອງເຮົາ ເຊິ່ງສາມາດທຳລາຍແຮງຈູູງໃຈໃນຊີວິດເຮົາໄດ້.
6.ຈັດຕາຕະລາງໃນມີຊ່ວງເວລາຂອງການສ້າງແຮງບັນດານໃຈ: ການຈັດຕາຕະລາງເວລາໃນຊີວິດປະຈຳວັນນັ້ນ ເຮົາຄວນເພື່ອເວລາສ່ວນໜື່ງໃຫ້ກັບການສ້າງແຮງບັນດານໃຈດ້ວຍ ບໍ່ວ່າຈະເປັນການອ່ານໜັງສືດີໆຈັກເຫຼັ້ມ ເພື່ອເພີ່ມກຳລັງໃຈຫຼືວີດີໂອທີ່ເປີດມຸມມອງໃຫ້ຊີວິດຫຼືເປົ້າໝາຍໃໝ່ໆ.